ຝາກເຕືອນ..!! ເປັນອຸທານຫອນ ຫຼາຍໆຄົນທີ່ໃຊ້ເຄື່ອງຈັກຕັດຫຍ້າ ໃຫ້ລະວັງ ອາດເສຍດວງຕາຍ້ອນ

ເສຍດວງຕາຍ້ອນຕັດຫຍ້າ

ນ້ອງຊາຍຂ້າພະເຈົ້າຕັດຫຍ້າສວນໃນວັນທີ່ 4 ຜ່ານມາ ແລະ ມີເສດເຫຼັກຝົ້ງເຂົ້າຕາ ຄອບຄົວໄດ້ສົ່ງໄປໂຮງໝໍແຂວງທັນທີເພື່ອເອົາເສດເຫຼັກອອກ

ຄອບຄົວກໍ່ປືກສາກັບທ່ານໝໍວ່າ ຜ່າຕັດເອົາ້ສດເຫຼັກອອກໄດ້ບໍ ຖ້າບໍ່ໄດ້ຈະເອົາຂື້ນມາວຽງ ທາງທ່ານໝໍເພີ່ນກະສ່າໄດ້ ຄອບຄົວເລີຍຕັດສິນໃຈ

ຜ່າຢູ່ທີ່ນັ້ນ. ຫຼັງຈາກຜ້າຕັດເອົາເຫຼັກອອກແລ້ວ ນ້ອງຊາຍມີອາການເຈັບທໍລະມານ ຈົນຮອດຕອນເຊົ້າວັນທີ່ 5 ໄດ້ປຶກສາກັບທ່ານໝໍວ່າ ເປັນແນວ

ໃດນ້ອງຊາຍຄືເຈັບປວດທໍລະມານແທ້ ເພີ່ນກະກວດຄືຫຼັງການຜ່າຕັດ ແລະ ເຫັນວ່າແຜທີ່ຜ່ານັ້ນຕິດເຊື້ອ(ມີໜອງ) ທ່ານໝໍທີ່ຜ່າຕັດນັ້ນ

ຈີ່ງແນະນຳໃຫ້ສົ່ງມາປີ່ນປົວຢູ່ໂຮງໝໍທົ່ງປົ່ງປົວຕາ ວຽງຈັນ.

ຄຳຖາມທີ່ຄາຢູ່ໃນໃຈຂ້າພະເຈົ້າຄື: ເປັນຫຍັງຈີ່ງຕິດເຊື້ອ ແລະ ອັກເສບແຮງປານນັ້ນ?ຄວາມສະອາດ?ເຄື່ອງມືການແພດ?ຢາ?ຄຳວ່າເຮັດໄດ້ແມ່ນ

ໄດ້ແນວນີ້ບໍ?

ມາຮອດໂຮງໝໍທົ່ງປົ່ງຕອນບ່າຍຂອງວັນທີ່ 5 ທ່ານໝໍເພີ່ນກະສຸມໃສ່ກວດອີກຮອບ ແລະ ປາສານຫາໂຮງໝໍແຂວງ ວ່າ ຜ່າຕັດແນວໃດໃຫ້ຕິດ

ເຊື້ອ ແລະ ອັກເສບຮຸນແຮງປານນີ້. ຜົນກວດຂອງທ່ານໝໍບອກວ່າ ດວງຕາໄດ້ຮັບການຕິດເຊື້ອ ແລະ ອັກເສບຮ້າຍແຮງ ເຮັດໃຫ້ສູນເສຍແກ້ວ

ຕາແລະການເບີ່ງເຫັນ ໝໍກໍ່ພະຍາຍາມຊ່ວຍເຕັມທີ່ເພື່ອຫຼຸດຜ່ອນການອັກເສບ ແຕ່ກໍ່ບໍ່ສາມາດຢຸດການອັກເສບນັ້ນໄດ້

ຫຼັງຈາກທີ່ພະຍາຍາມຢູ່ 2 ມື້. ດັ່ງນັ້ນທ່ານໝໍຈີ່ງແນະນຳໃຫ້ມາຜ່າຕັດເອົາດວງຕາອອກຢູ່ໂຮງໝໍມະໂຫສົດເຊີ່ງເປັນທາງອອກສຸດທ້າຍ

ເພື່ອຢຸດການຕິດເຊື້ອທີ່ຈະລາມໄປຫາດວງຕາອີກຂ້າງ ແລະ ສະໝອງ

ວັນທີ່ 8 ໂຮງໝໍທົ່ງປົ່ງໄດ້ນຳສົ່ງມາໂຮງໝໍມະໂຫສົດ ເພື່ອກຽມຜ່າຕັດ. ວັນທີ່ 9 ນ້ອງຊາຍກຳລັງເຂົ້າຫ້ອງຜ່າຕັດ ແລະ ຫວັງນ້ອງຊາຍຈະປອດໄພ

ແລະ ພາວັນນາຢ່າໃຫ້ມີຜົນຕໍ່ດວງຕາອີກຂ້າງທີ່ເຫຼືອ

ເສຍເວລາ ແລະ ເງີນຄຳຊໍ່າໃດກະບໍ່ເສຍໃຈເທົ່າກັບນ້ອງຊາຍເສຍດວງຕາ ແລະ ສີ່ງທີ່ເຮັດໄດ້ໃນປັດຈຸບັນຄື:ຕ້ອງພາກັນທຳໃຈຍອມຮັບ ແລະ ໃຫ້ກຳລັງໃຈນ້ອງຊາຍໃຫ້ເຂັ້ມແຂງ ສູ້ໆນ້ອງຊາຍ

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *