
ສິ1ທິດ2ທິດກະແຕ່ງກັນໄດ້ຄັນຄົນມັນແມ່ນ ຄັນຄົນສິບໍ່ແມ່ນຄົບເປັນ8-9ປີຍັງບໍ່ໄດ້ ຄົບ2ທິດບອກໃຫ້ຜຸໃຫຍ່ມາລົມມາຂໍໄວ້ 1ເດືອນປາຍ2ເດືອນຈັດງານແຕ່ງ #ສິໄວຫລືຊ້າທຸກຢ່າງມັນກ່າເກີດຂຶ້ນຈາກການພ້ອມຂອງສອງຝ່າຍແລະທີ່ສຳຄັນເງິນຕ້ອງພ້ອມນຳ #ໃຊ້ເວລາສຶກສາເບິ່ງໃຈກັນ1-2ເດືອນຈັດງານແຕ່ງ
#ມັນອາດຈະໄວເກີນໄປອະຫລີແລະແຕ່ຄັນຮອດຍາມມັນແມ່ນຄົນທີ່ແມ່ນຊິໄວຫລືຊ້າກ່າໄດ້ແຕ່ງບໍ່ດຣາມ່າເດີ #ທີ່ເອົາລົງບໍ່ໄດ້ຢາກເປັນກະແສນ່າາເອົາລົງໄວ້ເບິ່ງໄວ້ເຕືອນຄວາມຊົງຈຳ #ເຂົ້າໃຈວ່າການທີ່ຊິແຕ່ງດອງສ້າງຄອບຄົວບໍ່ແມ່ນເລື່ອງງ່າຍ #ທີ່ຫລາຍໆຄົນວ່າໄວຮັກກັນຕອນໃດຮູ້ນິໄສກັນຄັກລະບໍ #ນິໄສໃຈຄໍຮູ້ກັນແຕ່ສອງຄົນແລະໃຊ້ເວລາສໍ່ານີ້ກະຮູ້ສຶກວ່າໂອເຄຢູ່ເດີ
ຫຼາຍໆຄົນກ່າວ່າຄົບດົນໃຊ້ເວລາດົນດີກ່ອນຈຶ່ງຮູ້ຈັກນິໄສກັນແທ້ຄົບກັນບໍ່ດົນບໍ່ທັນຮູ້ຈັກນິໄສກັນຄັກ ເຂົ້າໃຈແຕ່ຄົບກັນບໍ່ດົນແລ້ວແຕ່ງ ເຮົາກ່າມີຫຍັງກໍ່ຄ່ອຍເວົ້າຄ່ອຍປຶກສາກັນໜັກເອົາເບົາສູ້ໜັກນິດເບົາໜ້ອຍອະໄພໃຫ້ກັນເອົາໃຈເຂົາມາໃສ່ໃຈເຮົາມີເຫດມີຜົນນິໄສອັນໃດທີ່ມັນບໍ່ດີມັນບໍ່ຄັກບໍ່ແນ່ຄືຕອນໂສດເມື່ອເຮົາສ້າງຄອບຄົວແລ້ວປ່ຽນໄດ້ກະຄວນປ່ຽນມີຄວາມເຂົ້າໃຈກັນໃຫ້ຫລາຍໆມີອຸປະສັກຫຍັງຕ້ອງດຶງແລະປະຄັບປະຄອງກັນໄປຈົນກວ່າຈະເບິດແຮງສູ້ຕໍ່ແລ້ວ
ຄົບກັນບໍ່ດົນແລ້ວແຕ່ງຫລັງແຕ່ງແລກໆຫລືດົນໆໄປບໍ່ຮູ້ວ່າສິເປັນແນວໃດແຕ່ບໍ່ວ່າສິມີອຸປະສັກຫຍັງນຳມາກະຕ້ອງສູ້ຜ່ານຜ່າມັນໃຫ້ໄດ້ສູ້ຈົນເບິດທາງສິສູ້ໃນເມື່ອເຮົາຕົກລົງປົງໃຈລົງເຮືອລຳດຽວກັນເປັນຄອບຄົວດຽວກັນແລ້ວເປັນສ່ວນໜຶ່ງຂອງຊີວິດທີ່ເຂົ້າມາເຕີມເຕັມໃຫ້ກັນແລະກັນແລ້ວ #ສ້າງຄອບຄົວແລ້ວເຮົາຈະເຮັດຄືຕອນໂສດບໍ່ໄດ້ນ່າາ #ອະທິບາຍໃຫ້ຟັງບໍ່ເປັນຄືກັນ
#ບໍ່ຄິດດອກວ່າສິໄດ້ເປັນຄູ່ຄອງກັນແຕ່ກະເປັນໄປໃນສິ່ງທີ່ບໍ່ໄດ້ຄິດ #ໃຫ້ເປັນຄອບຄົວຮັ່ງມີລ້ຳລວຍເດີບາດນິມີແຕ່ຄວາມສຸກກາຍສະບາຍໃຈ #ທີ່ມາຂອງຄຳວ່າມື້ຄົບບໍ່ມີໃຜຮູ້ຮູ້ແຕ່ມື້ແຕ່ງ ໃຫ້ເປັນຄູ່ສ້າງຄູ່ສາ ຄູ່ປຶກສາ ຄູ່ຮັ່ງຄູ່ມີຄູ່ລ້ຳຄູ່ລວຍ
ຂອບໃຈພໍ່ແມ່ ອ້າຍເອື້ອຍນ້ອງ ລຸງປ້າ ອາວອາ ທີ່ເຮັດໃຫ້ມີມື້ນີ້ໄດ້ ຖ້າບໍ່ມີພວກເຈົ້າງານກໍ່ບໍ່ເກີດຂອບໃຈໝູ່ເພື່ອນທີ່ມາຮ່ວມງານຍິນດີນຳງານສ້າງຄອບຄົວໃໝ່ຄອບຄົວຂ້ອຍເດີ18.04.2021 ງານນ້ອຍໆແຕ່ອົບອຸ່ນ
#ນິແລະທີ່ເຂົາວ່າຄົບ1ປີແພ້1ວັນ1ນາທີ5555 #ບໍ່ມີຄຳວ່າຍັງບໍ່ພ້ອມຍັງຢາກຫລິ້ນມີແຕ່ຄຳວ່າພ້ອມແລະຮູ້ຈັກພໍ #ຜູ້ຊາຍຖ້າເຂົາບໍ່ຮູ້ຈັກພໍເຂົາບໍ່ຄິດຢາກຈິງຈັງບໍ່ຄິດສ້າງອານາຄົດນຳໃຜບໍ່ພ້ອມທີ່ສິມີຄອບຄົວ
#2ທິດ1ເດືອນ2ເດືອນອາດໄວເກີນໄປແຕ່ຄັນຮອດຍາມມັນແມ່ນຊິໄວຫລືຊ້າກ່າແຕ່ງກັນໄດ້ #ຂໍ້ຢ້ຳອີກເທື່ອງົດດຣາມາເດີບໍ່ດຣາມ່ານ່າ #ທີ່ເອົາລົງບໍ່ໄດ້ຢາກເປັນກະແສຫລືຫຍັງຢາກເອົາລົງເປັນຄວາມຊົງຈຳໄວ້ເບິ່ງ
#ທີ່ເອົາລົງຍ້ອນໄວ້ເບິ່ງໄວ້ເຕືອນວ່າຄົບກັນເປັນດົນເປັນປີຫລາຍໆປີບໍ່ໄດ້ກັນກະມີບໍ່ອຶດ
ທີ່ມາ: