
ບໍ່ຢາກຮ້ອງໃຫ້ ແຕ່ນ້ຳຕາມັນກະໄຫຼອອກມາເອງ ນ້ອງຊື່ ນາງ ບົ້ງກື ອາຍຸ 11 ປີ ແມ່ຕາຍປະ ຍັງແຕພໍ່ ແຖມຍັງຕາບອດ.
– ນ້ອງອາຍຸ 11 ປີ ລ້ຽງພໍ່ຕາບອດ ນ້ອງບໍ່ໄດ້ຮຽນຫນັງສືຄືໝູ່
– ນ້ອງບໍ່ມີຊີວິດ ແລະ ອານາຄົດ ທີ່ສວຍງາມຄືຄົນດັ່ງອື່ນ.
– ນ້ອງບໍ່ມີໃຜ ອານາຄົດເຕັມໄປດວ້ຍຄວາມມືດມົນ ແລະ ທຸກຍາກລຳບາກ
– ນ້ອງນອນສອງຄົນກັບພໍ່ຕາບອດທຸກຄືນໃນມຸ້ງທີ່ຂາດໆ. ດາງເກົ່າໆ ເຊີ່ງບາງຄືນ ສອງພໍ່ລູກກໍ່ບໍ່ວິດການເປັນອາຫານຂອງຍຸງ ຂໍວອນສັງຄົມ ແລະຜູ້ໃຈດີຊອ່ຍຊື້ມຸ້ງ ຜ້າຫົ່ມ ຖ້ວຍ ບ່ວງ ຈານ ໝໍ້ ແລະ ສາດ ອາຫານການກິນ ແດ່ເຖີ້ນ
– ຖ້າໃຜຢາກຊອ່ຍນ້ອງ ມາຊອ່ຍໂດຍຕົວເອງກະໄດ້ ມາເບີ່ງສະພາບຂອງນ້ອງ ແລະ ຢ່າລືມຝາກກອດນ້ອງເພື່ອໃຫ້ນ້ອງມີກໍາລັງໃຈສູ້ຊີວິດຕໍ່ໄປ
ຄອບຄົວນີ້ແມ່ນຢູ້ ບ້ານ ແສນດີນ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ຖ້າຫາກທ່ານໃດ ຈິດໃຈທີ່ຈະຊ່ວຍບໍລິຈາກໃຫ້ກັບນ້ອງ ກະລຸນາ ຕິດຕໍ່ ເບີ: 020 965 5793 ຫຼື ເບີ 020 777 28633, 020 5989 1984 ຂໍຂອບໃຈ.
ທີ່ມາ: