ຂໍຊົມເຊີຍອີກຄັ້ງ..!! ສາວຕິນ່າທີ່ໄດ້ໃຫ້ການຊ່ວຍເຫຼືອ ນ້ອງ ບົ້ງກື ອາຍຸ 11 ປີ ທີ່ລ້ຽງພໍ່ຕາບອດ

ຈື່ສາວຕີນ່າໃຈບຸນທີ່ແຈກເຄື່ອງບໍລິໂພກໃຫ້ກັບຫຼາຍໆຄົນໃນອາທິດທີ່ຜ່ານມາໄດ້ບໍ

ລ່າສຸດລາວໄດ້ມີນ້ຳໃຈລົງຊ່ວຍເຫຼືອນ້ອງນ້ອຍອາຍຸ11ປີທີ່ແມ່ຕາຍປະ ແລະ ລ້ຽງພໍ່ທີ່ຕາບອດພຽງລຳພັງ ໃຈບຸນອີຫຼີເດີຄົນນີ້

ຈາກເຟສບຸກສາວ Tina Vadsana Chanthalungsy ໄດ້ໂພສຮູບພາບການຊ່ວຍເຫຼືອເບື້ອງຕົ້ນນ້ອງບົ້ງກືວ່າ: ມາຮອດແລ້ວ ນ້ອງ ບົ້ງກື ອາຍຸ 11 ປີ ແມ່ຕາຍປະ ພໍ່ຕາບອດ ຂໍ້ມູນເບື້ອງຕົ້ນທີ່ພວກເຮົາໄດ້ຮັບແມ່ນນ້ອງອາຍຸ 11 ປີ ລ້ຽງພໍ່ຕາບອດ ນ້ອງບໍ່ໄດ້ຮຽນຫນັງສື ນ້ອງນອນ ກັບພໍ່ຕາບອດ ທຸກຄືນ ໃນມູ້ງຂາດໆດາງເກົ່າໆ ຊື່ງບາງຄືນ ສອງພໍ່ລູກ ກໍ່ບໍ່ວິດ ກາຍເປັນ ອາຫານຂອງຍູງ

ທີມງານເຮົາໄດ້ນຳອາຫານ ມຸ້ງ ບ່ອນນອນ ສາດ ແລະ ປັດໃຈເລັກນ້ອຍມາຊ່ອຍເຫລືອໃນເບື້ອງຕົ້ນ ຕາມສະພາບທີ່ເຫັນຄອບຄົວເພິ່ນຖືວ່າລຳບາກອີກຫລີຖ້າໃຜມີໂອກາດກາຍມາກໍມາແວ່ມາຫານ້ອງໄດ້ຄອບຄົວນີ້ຢູ່ບ້ານແສນດີນ ເມືອງ ນາຊາຍທອງ ກໍາແພງນະຄອນ

ຂອບໃຈ Thidakone Pok 100,000ກີບ Touna Na 150,000ກີບ NiTa Pikounthong Vanthida 300,000ກີບວາດ ວົງວິໄລ 200.000ກີບSOU THA KONE 200.000ກີບ

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *