
ໄຟຟ້າຊີ້ແຈງແລ້ວ ລະບົບທະນາຄານຂັດຂ້ອງ ເຮັດໃຫ້ການຄິດໄລ່ເງິນຂອງລູກຄ້າຜິດດ່ຽງຫຼາຍ
ລັດວິສາຫະກິດໄຟຟ້າລາວ ແຂວງສະຫວັນນະເຂດ ຂໍຖືເປັນກຽດແຈ້ງການມາຍັງບັນດາທ່ານທີ່ຊໍາລະຄ່າກະແສໄຟຟ້າ ຜ່ານລະບົບທະນາຄານໃຫ້ຮັບຊາບວ່າ ເກີດຂໍ້ຂັດຂ້ອງທາງດ້ານຂໍ້ມູນການຄິດໄລ່ເງິນຂອງລູກຄ້າ, ເຮັດໃຫ້ຈໍານວນຍອດເງິນຂອງລູກຄ້າມີຄ່ານໍາໃຊ້ກະແສໄຟຟ້າສູງຜິດປົກກະຕິ.
ສະນັ້ນ, ທາງສາຂາລັດວິສາຫະກິດໄຟຟ້າລາວແຂວງ ສະຫວັນນະເຂດ ກໍາລັງດໍາເນີນການແກ້ໄຂລະບົບຂໍ້ມູນ ຂອງລູກຄ້າໃຫ້ສຳເລັດ ແລະ ກັບຄືນມາໃຊ້ງານເປັນປົກກະຕິ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງຜູ້ຊົມໃຊ້ໄຟຟ້າທຸກທ່ານ ພາຍໃນ ແຂວງສະຫວັນນະເຂດ ເພື່ອຮັບຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ, ຖ້າຫາກວ່າບັນດາທ່ານມີຂໍ້ສົງໃສ ຫຼື ຂໍ້ມູນການຊົມໃຊ້ໄຟບໍ່ຖືກຕ້ອງ ໃຫ້ເຂົ້າມາພົວພັນກັບ ສາຂາລັດວິສາຫະກິດໄຟຟ້າລາວ ແຂວງສະຫວັນນະເຂດ ແລະ ສູນບໍລິການປະຈໍາເມືອງ ຕ່າງໆ.