ສປ ຈີນ ມອບເຄື່ອງຊ່ວຍເຫຼືອທາງດ້ານການແພດຕ້ານພະຍາດໂຄວິດ-19 ໃຫ້ແກ່ ສປປລາວ

ໃນວັນທີ 10 ພຶດສະພາ 2021ທີ່ ສະໜາມບິນສາກົນວັດໄຕ ໄດ້ມີພິທີມອບ-ຮັບ ການຊ່ວຍເຫຼືອທາງດ້ານການແພດຈາກລັດຖະບານແຫ່ງ ສປ ຈີນ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ ການຊ່ວຍເຫຼືອດັ່ງກ່າວປະກອບດ້ວຍ: ເຄື່ອງຊ່ວຍຫາຍໃຈ ນໍ້າຢາຂ້າເຊື້ອ ຜ້າອັດປາກການແພດ ຖົງມື ຊຸດປ້ອງກັນການແພດ ອຸປະກອນກວດຫາເຊື້ອພະຍາດໂຄວິດ-19 ແລະ ອື່ນໆ ລວມມູນຄ່າ 10 ລ້ານຢວນ ຫຼື ປະມານ 15,5 ຕື້ກີບ.

ກ່ອນໜ້ານີ້ ໃນວັນທີ 4 ພຶດສະພາ 2021 ທີ່ຜ່ານມາ ລັດຖະບານແຫ່ງ ສປ ຈີນ ກໍໄດ້ສົ່ງຄະນະຊ່ຽວຊານແພດໝໍຈາກແຂວງຢຸນນານ ຈໍານວນ 25 ສະຫາຍເພື່ອມາຊ່ວຍເຫຼືອຄະນະທີມແພດໝໍຂອງລາວ ໃນການວາງແຜນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວ ລວມທັງຍົກລະດັບດ້ານວິຊາການໃຫ້ແກ່ແພດໝໍຂອງລາວ ເພື່ອເພີ່ມຄວາມສາມາດໃນການຮັບມືກັບພະຍາດໂຄວິດ-19 ຢູ່ ສປປ ລາວ ໃຫ້ກຽດຕາງໜ້າກ່າວມອບໂດຍ ສະຫາຍ ຈ່ຽງ ຈາຍຕຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ສະຫາຍ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີຄະນະນໍາຂອງບັນດາກະຊວງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຂອງ ສປ ຈີນ ໃຫ້ແກ່ ສປປ ລາວ ໃນຄັ້ງນີ້ ກໍຄືຄັ້ງຜ່ານໆມາ ຊຶ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງພັກ ລັດຖະບານ ແລະ ປະຊາຊົນຈີນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ

ໃນຍາມທີ່ມີຄວາມຫຍຸ້ງຍາກ ແລະ ທ້າທາຍ ພ້ອມກັນນີ້ ຍັງສະແດງເຖິງຄວາມເປັນເພື່ອນມິດຖານສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ ຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນຈີນ-ລາວ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດຢ່າງແທ້ຈິງ ເຊິ່ງນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ ປີ 2021 ອີກດ້ວຍ.

ໃນຕອນທ້າຍ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍໄດ້ຕາງໜ້າໃຫ້ພັກ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງລົ້ນເຫຼືອ ໂດຍຜ່ານ ສະຫາຍເອກອັກຄະລັດຖະທູດ ຈ່ຽງ ຈາຍຕຸ່ງ ໄປຍັງພັກ ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ທີ່ເວລາໃດກໍໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ກໍຄືປະຊາຊົນລາວ ຢ່າງຈິງໃຈໂດຍຕະຫຼອດມາ ແລະ ຈະນໍາໃຊ້ການຊ່ວຍເຫຼືອດັ່ງກ່າວນີ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ

ພ້ອມທັງເຊື່ອໝັ້ນວ່າ ການຊ່ວຍເຫຼືອຂອງສະຫາຍຈີນອ້າຍນ້ອງໃນຄັ້ງນີ້ ຈະປະກອບສ່ວນອັນສຳຄັນເຂົ້າໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ພວມແຜ່ຂະຫຍາຍໄປສູ່ວົງກວ້າງໃນຊຸມຊົນຢູ່ໃນປັດຈຸບັນ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແລະ ບັນດາເມືອງໃນຫຼາຍແຂວງທົ່ວປະເທດນັ້ນ ຈະຖືກຈຳກັດລົງຢ່າງແນ່ນອນ

Author: PP

Leave a Reply

Your email address will not be published. Required fields are marked *