
ອັນນີ້ດ່ວນທີ່ສຸດ ແຈ້ງການວັນທີ 12 ພຶດສະພາ 2021 ພໍ່ຕູ້ບຸນມາຕິດເຊື້ອພະຍາດໂຄວິດ-19 ໂດຍບໍ່ຮູ້ທີ່ມາ.
ຕັ້ງແຕ່ວັນທີ່ 10 ພຶດສະພາ 2021 ໃຜທີ່ເຄີຍໄປຮ້ານພໍ່ຕູ້ບຸນມາ ບ້ານຝາຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ (ດ້ານຫລັງກະຊວງ ພະລັງງານ ແລະ ບໍ່ແຮ່) ໃຫ້ກັກຕົວແຍກປ່ຽວ ແລະ ແຈ້ງເຈົ້າຫນ້າທີສະເພາະກິດ.
ຈາກຂໍ້ມູນແມ່ນຍັງບໍ່ຮູ້ເຖິງສາເຫດຂອງການຕິດເຊື້ອ ຊຶ່ງຄາດວ່າໄດ້ຮັບເຊື້ອຈາກຄົນໃນຄອບຄົວ ຫລື ຮັບເຊື້ອມາຈາກລູກຄ້າທີ່ມາຊື້ນ້ຳ (ເຮືອນເປີດຮ້ານຂາຍນ້ຳ ແລະ ຜູ້ເປັນເມຍແມ່ນຂາຍອາຫານປະເພດປິ້ງ)