ຂ່າວເສົ້າສະຫຼົດໃຈ..!! ຈາກໄປແລ້ວ ນັກສະແດງອາວຸໂສຂອງລາວ ອາຈານ ທອງຈັນ ສຸກສະຫວັດ

ຂ່າວເສົ້າສະຫຼົດໃຈ..! ອາຈານ ທອງຈັນ ສຸກສະຫວັດ ນັກສະແດງອາວຸດໂສ ພະລັກ- ພະລາມ ເຖິງແກ່ມໍລະນະກຳແລ້ວ.

ແຟນເພຈ Phalak – Phalam Laos ໂຂນລາວ ໂຮງລະຄອນ ພະລັກ – ພະລາມ ຫຼວງພະບາງ ໄດ້ແຈ້ງຂ່າວມໍລະນະກຳ ອາຈານ ທອງຈັນ ສຸກສະຫວັດ ຫຼື ທີ່ຄົນຫຼວງພະບາງຮູ້ຈັກກັນດີໃນນາມ ທຸລຸງທອງຈັນ ທີ່ໄດ້ເຖິງແກ່ມໍລະນະກໍາແລ້ວ ໃນເວລາ 04:30 ໂມງ ຂອງວັນທີ 12 ພຶດສະພາ 2021 ທີ່ຜ່ານມາ, ທີ່ ບ້ານ ເມືອງງາ ແຂວງ ຫຼວງພະບາງ.

ອາຈານ ທອງຈັນ ສຸກສະຫວັດ ເກີດເມື່ອວັນທີ 19 ຕຸລາ 1940 ແລະ ໄດ້ເລີ່ມເຝິກແອບສະແດງຟ້ອນພຣະຣັກ-ພຣະຣາມ ແຕ່ປີ 1955 ແລະ ໄດ້ສະແດງເປັນ ຍັກ ທົດສະກັນ ເປັນຄັ້ງທຳອິດ ໃນງານບຸນປີໃຫມ່ລາວ ເມື່ອປີ 1955 ເລື່ອງ ຕາມກວາງ ຢູ່ ທີ່ພຣະຣາຊະວັງ ຫລວງພຣະບາງ.

ຂໍ້ມູນຈາກ: Phalak-Phalam Laos ໂຂນລາວ ໂຮງລະຄອນ ພະລັກ- ພະລາມ ຫຼວງພະບາງ

Author: PP

Leave a Reply

Your email address will not be published. Required fields are marked *