ແພດໂຮງໝໍ 103 ໄດ້ເຂົ້າສູນກັກກັນຕົວ ຍ້ອນສຳພັດກັບ ຜູູ້ເສຍຊີວິດ ກໍລະນີທີ (2) ເບີ່ງຄຼິບ

ຮ່ວມສະແດງຄວາມເສຍໃຈ ແລະ ສົ່ງກຳລັງໃຈໃຫ້ ທີມແພດພະຍາບານໂຮງໝໍກອງທັບ 103 ນະຄອນຫຼວງວຽງຈັນ, ໄດ້ເຂົ້າສູນກັກກັນຕົວຕາມລະບຽບການຈຳນວນ 14 ວັນ, ທັງໝົດຄະນະ ທີ່ໄດ້ມີການສຳພັດໃກ້ສິດ ຕິດຕາມກວດກາ ແລະ ປິ່ນປົວຜູ້ປ່ວຍຕິດເຊື້ອ ໂຄວິດ ຜູ້ເສຍຊີວິດກໍລະນີ (02) ຂອງ ສປປລາວ, 13 ພຶດສະພາ 2021

.

ໃນວັນທີ 13.5.2021 ມີຜູ້ເສຍຊີວິດຈາກ ໂຄວິດ ທີ່ກຳລັງລະບາດໃນ ສປປລາວ ເຮົາ ໂດຍຍາດພີ່ນ້ອງ ໂພດຂໍ້ຄວາມໃວ້ ວ່າ ຫມົດຄຳຊິເວົ້າ ຫລັບໃຫ້ສະບາຍ ອ້າຍ ອ້າຍຄືໄວແທ້ນ້ອງຈະກັບອ້າຍຈົນວິນາທີສຸດທ້າຍ ເພິ່ນເອົາອ້າຍເຮົາໄປແລ້ວ
ເພິ່ນຕິດ ໂຄວິດ

ຢ່າງ ໃດກໍ່ ນີ້ແມ່ນ ຄົນທີ່ ສອງ ໃນລາວ ແລະແມ່ນຄົນທຳອິດສັນຊາດລາວ ທີ່ເສຍຊີວິດ ຂໍ້ມູນເບື້ອງຕົ້ນ ຄົນເຈັບມີພູມລຳເນົາຢູ່ແຂວງສະຫວັນນະເຂດ, ຂຶ້ນມາປິ່ນປົວຢູ່ໂຮງໝໍ 103 ແຕ່ ໂ ຄ ວ ິ ດ ລົງປອດທ່ານໝໍຊ່ວຍສຸດຄວາມສາມາດແລ້ວ.

(ຄຣິບ):

 

Author: PP

Leave a Reply

Your email address will not be published. Required fields are marked *