ສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 14 ພຶດສະພາ 2021ແຂວງຫລວງນ້ຳທາ ແລະ ແຂວງບໍ່ແກ້ວ

ສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 14 ພຶດສະພາ 2021, ເວລາ 04:23 ແລະ 04:55 ໂມງລາຍງານການເກີດແຜ່ນດິນໄຫວ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ

.

ໃນຂອບເຂດທົ່ວປະເທດ ຊຶ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈຳນວນ 02 ຄັ້ງ, ໃນບໍລິເວນແຂວງຫລວງນ້ຳທາ ແລະ ແຂວງບໍ່ແກ້ວ, ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງນີ້:ໃນເວລາ 04:23:26 ໂມງ, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 21.551°N ແລະ ເສັ້ນແວງທີ່ 101.183°E

ຄວາມແຮງສັ່ນສະເທືອນວັດແທກໄດ້ 2.6 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານຫ້ວຍຫັດ, ເມືອງ ສິງ, ແຂວງຫຼວງນ້ຳທາ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ສິງ ປະມານ 41 Km.

ໃນເວລາ 04:55:11 ໂມງ, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 20.379°N ແລະ ເສັ້ນແວງທີ 100.131°Eຄວາມແຮງສັ່ນສະເທືອນວັດແທກໄດ້ 1.7 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນ ປະມານ 3 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານ ເມືອງຄຳ, ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ຕົ້ນເຜິ້ງ ປະມານ 11 Km.

ໝາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

Author: PP

Leave a Reply

Your email address will not be published. Required fields are marked *