ຊ່ວຍກັນແຊຣ໌..!! ໃຫ້ໄປຮອດ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ແນ່ ພິຈາລະນາ ກັບ ເຫດການນີ້

ຊ່ວຍກັນແຊຣ໌ໃຫ້ໄປຮອດທ່ານວິໄລຫຼ້າຕຳຟອງແນ່

ອັບເດດເພີ່ມເຕີ່ມເຫດການທີ່ເກີດໃນຕອນແລງວັນທີ່ 14/5/2021 ຢູ່ບ້ານ ດອນຕະຫຼາດ ເມືອງ ຈຳປາສັກ ແຂວງ ຈຳປາສັກ

ກໍລະນີຕຳຫຼວດກັກລົດ ທ້າວ ຄຳໄພ ຊື່ຫຼີ້ນແມ່ນ(ຕຸ້ຍ) ທີ່ເປັນອາດີດສອນມວຍເມືອງຈຳປາສັກ ຄົນບ້ານດອນຕະຫຼາດທີ່ເພີ່ນກັບຈາກໄປຊື່ເຄື່ອງ

ຂາໄປແມ່ນໄປໄດ້ ແຕ່ຂາກັບຕຳຫຼວດກັກລົດເພີ່ນບໍ່ໃຫ້ກັບ

(ຄຣິບເພີ່ນໂວ່ຍວາຍຕອນຕຳຫຼວດກັກຂາກັບ):

ລົດເພີ່ນມັນບໍ່ດີ ແລະ ເກົ່າ ຈັກກະຍາກຫຼັງຈາກນັ້ນຈິ່ງມີຄຣິບດັ່ງທີ່ເຮົາເຫັນນີ້ອອກມາ

ສ່ວນຕຳຫຼວດຜູ້ທີ່ຕົບຫົວລາວແມ່ນ ຊື່ ລົມ ຫຼັງຈາກເກີດເຫດການນີ້ ທາງ ປກສ ແມ່ນໄດ້ຈັບອ້າຍຄຳໄພ(ຕຸ້ຍ) ໄປເຂົ້າຄຸກແລ້ວປະຊາຊົນໃນບ້ານ

ຍັງສົງໃສວ່າຈັບເພີ່ນເຮັດຫຍັງທັ້ງທີ່ເພີ່ນເປັນຜູ້ຖືກທຳຮ້າຍຮ່າງກາຍຈາກເຈົ້າໜ້າທີ່

ແລະ ອີກປະການໜື່ງຖ້າຊິກັກຄືບໍ່ກັກລົດໃຫຍ່ພ້ອມສ່ວນລົດໃຫຍ່ແມ່ນຍັງປ່ອຍໄປມາໄດ້ສະດວກ(ຂໍຂອບໃຈຜູ້ໃຫ້ຂ່າວ)

(ຄຣິບເຫດການເກີດຂື້ນຕໍ່ມາ):

ທີ່ມາ:

 

Author: PP

Leave a Reply

Your email address will not be published. Required fields are marked *