ນັກນຽນ ມ1-ມ3 ແລະ ມ5-ມ6 ຄະແນນສະເລ່ຍ 5.0 ຂື້ນໄປແມ່ນຈະໃຫ້ເລື່ອນຂັ້ນ

ມ.1-2-3 ແລະ ມ.5-6 ຖ້າຄະແນນສະເລ່ຍແຕ່ລະເດືອນໄດ້ 5 ຂຶ້ນແມ່ນຜ່ານເລີຍ ບໍ່ໄດ້ເສັງ ສ່ວນ ປ.5 ມ.4 ມ.7 ຕ້ອງໄດ້ເສັງ ກົມສາມັນສຶກສາ

ຂໍຖືເປັນກຽດຮຽນສະເຫນີມາຍັງທ່ານ ເພື່ອຂໍທິດຊີ້ນໍາກ່ຽວກັບການຮຽນ, ການເລື່ອນຂັ້ນ, ການ ສອບເສັງຈົບຊັ້ນສາມັນສຶກສາ ປ.5, ມ.4 ແລະ ມ.7 ສົກຮຽນ 2020-2021. ໃນປັດຈຸບັນ ພະຍາດອັກເສບປອດສາຍ ພັນໃຫມ່ COVID-19 ຍັງສືບຕໍ່ແຜ່ລະບາດຢ່າງຮຸນແຮງໃນປະເທດອ້ອມຂ້າງ, ຫຼາຍປະເທດໃນໂລກ ແລະ ໃນ ສປປ ລາວ. ສະນັ້ນ, ເພື່ອເປັນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ ກົມສາມັນສຶກສາ ຈຶ່ງຮຽນ ສະເຫນີຂໍທິດຊີ້ນໍາ ດັ່ງນີ້:

1. ການຮຽນ-ການສອນໃນທ້າຍສົກຮຽນ

– ແຂວງ, ນະຄອນຫຼວງ, ເມືອງ, ນະຄອນ, ໂຮງຮຽນ ທີ່ບໍ່ໄດ້ໂຈະການຮຽນ-ການສອນ ໃຫ້ປະຕິບັດຄໍາສັ່ງແນະນໍາການຈັດຕັ້ງປະຕິບັດຫຼັກສູດສາຍສາມັນສຶກສາ ປະຈໍາສົກຮຽນ 2020-2021 ສະບັບເລກທີ 3766/ສສກ , ລົງວັນທີ 25 ສິງຫາ 2020 ໂດຍເນັ້ນໃສ່ໃຫ້ຜູ້ຮຽນໄດ້ຮຽນຈົບຫຼັກສູດຢ່າງທົ່ວເຖິງ, ມີປະສິດທິພາບ ແລະ ປະສິດທິຜົນ.

–  ແຂວງ, ນະຄອນຫຼວງ, ເມືອງ, ນະຄອນ, ໂຮງຮຽນ ທີ່ມີການໂຈະການຮຽນ-ການສອນ ໃຫ້ຈັດການຮຽນ-ການສອນອອນລາຍ, ມອບວຽກບ້ານ, ແນະນໍາຮຽນທາງໂທລະພາບ, ວິທະຍຸ ແລະ ຊ່ອງທາງອື່ນໆ. ພາຍຫຼັງສະພາບ ການແຜ່ລະບາດຂອງພະຍາດ COVID-19 ຜ່ອນຄາຍລົງ, ກັບເຂົ້າສູ່ປົກກະຕິ ແລະ ມີນະໂຍບາຍຜ່ອນຜັນຂອງຄະນະສະເພາະກິດ ໃຫ້ໂຮງຮຽນສືບຕໍ່ຈັດການຮຽນ-ການສອນ, ຈັດຕັ້ງບໍາລຸງ ແລະ ທົບທວນບົດຮຽນຄືນ.

2. ການເລື່ອນຂັ້ນ

– ປະຕິບັດຕາມຫຼັກການກວດກາ ແລະ ສອບເສັງ ສໍາລັບຊັ້ນມັດທະຍົມສຶກສາ ສະບັບເລກທີ 1914/ສສກ,ມຍລົງວັນທີ 27 ພຶດສະພາ 2014.

– ໃຫ້ແຕ່ລະໂຮງຮຽນໂຈະການຈັດຕັ້ງສອບເສັງພາກຮຽນທີ II. ສະນັ້ນ, ໃຫ້ກໍານົດເອົາຄະແນນສະເລ່ຍເດືອນຂອງພາກຮຽນທີ II ເປັນຄະແນນພາກຮຽນທີ II ເລີຍ.

– ນັກຮຽນທີ່ມີຄະແນນປະຈໍາປີຂອງວິຊາໃດຫນຶ່ງຫຼຸດຄາດຫມາຍ (ຫຼຸດ 5) ໃຫ້ຄຸຈັດຕັ້ງບໍາລຸງ ແລະ ສອບເສັງຄືນ.

3. ການຈັດຕັ້ງສອບເສັງຈົບຊັ້ນ ປ.5, ມ.4, ມ.7

– ການສອບເສັງຈົບຊັ້ນ ປ.5 – ເມືອງ, ນະຄອນ, ໂຮງຮຽນ ທີ່ບໍ່ໄດ້ໂຈະການຮຽນ-ການສອນ ໃຫ້ຈັດຕັ້ງສອບເສັງຕາມວັນເວລາທີ່ໄດ້ກໍານົດໃນຄໍາສັ່ງແນະນໍາການຈັດຕັ້ງປະຕິບັດຫຼັກສູດສາຍສາມັນສຶກສາ ປະຈໍາສົກຮຽນ 2020-2021 ສະບັບເລກທີ3766/ສສກ, ລົງວັນທີ 25 ສິງຫາ 2020 ຄື: ສອບເສັງໃນໄລຍະວັນທີ 31 ພຶດສະພາ – 04 ມິຖຸນາ 2021. – ເມືອງ, ນະຄອນ, ໂຮງຮຽນ ທີ່ມີການໂຈະການຮຽນ-ການສອນ ໃຫ້ຈັດຕັ້ງບໍາລຸງ, ທົບທວນບົດຮຽນຄືນ ແລະເລື່ອນການສອບເສັງຈົບຊັ້ນ ປ.5 ໄປໃສ່ໄລຍະຕົ້ນເດືອນ ຫາ ກາງເດືອນ ມິຖຸນາ 2021.

– ການສອບເສັງຈົບຊັ້ນ ມ.4, ມ.7 ພາຍຫຼັງສະພາບການແຜ່ລະບາດຂອງພະຍາດ COVID-19 ຜ່ອນຄາຍລົງ ແລະ ມີນະໂຍບາຍຜ່ອນຜັນຂອງຄະນະສະເພາະກິດ ຈະໄດ້ຈັດການສອບເສັງໃນເດືອນ ກໍລະກົດ 2021.

4. ໃນກໍລະນີ ພະຍາດ COVID-19 ຍັງສືບຕໍ່ລະບາດ ທາງກະຊວງສຶກສາທິການ ແລະ ກິລາຈະອອກແຈ້ງການໃຫ້ ຊາບ ແລະ ປະຕິບັດ ຕາມຫຼັງຕື່ມ. ດັ່ງນັ້ນ, ຈຶ່ງຮຽນສະເຫນີມາຍັງທ່ານເພື່ອຊາບ ແລະ ຂໍທິດຊີ້ນໍາຕາມຄວາມເຫມາະສົມດ້ວຍ. ຮຽນມາດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ

Author: PP

Leave a Reply

Your email address will not be published. Required fields are marked *