ຄຳຖາມທີ່ສັງຄົມຄາໃຈ..!! ຜູ້ກ່ຽວຜິດຂໍ້ຫາໃດຈິ່ງຈັບລາວ ແລະ ສານຕັດສິນໃຫ້ລາວເປັນນັກໂທດແລ້ວບໍຈິ່ງໃຫ້ລາວໃສ່ຊຸດນັກໂທດ

ຄຳຖາມທີ່ສັງຄົມຄາໃຈ:

1. ຜູ້ກ່ຽວຜິດຂໍ້ຫາໃດຈຶ່ງຈັບລາວ? ຜິດຂໍ້ຫາການຂັດຂວາງການປະຕິບັດວຽກງານຂອງເຈົ້າໜ້າທີ່ບໍ່?

2. ສານຕັດສິນໃຫ້ຜູ້ກ່ຽວເປັນນັກໂທດແລ້ວບໍ່ຈຶ່ງໃຫ້ຜູ້ກ່ຽວໃສ່ຊຸດນັກໂທດພ້ອມກຸນແຈມື?

ມັນສົມຄວນແລ້ວບໍ່ແບບນີ້? ຕໍ່ກັບບັນຫານີ້ ທາງພວກເຮົາຂໍວິເຄາະດ້ານກົດໝາຍທີ່ກ່ຽວຂ້ອງດັ່ງນີ້:

ມາດຕາ 371 ວັກ 1 ຂອງປະມວນກົດໝາຍອາຍາ ໄດ້ກໍານົດໄວ້ວ່າ: “ບຸກຄົນໃດ ຫາກໄດ້ນາບຂູ່ ຫລື ໃຊ້ຄວາມຮຸ່ນແຮງ ເພື່ອຂັດຂວາງເຈົ້າໜ້າທີ່ຊຶ່ງປະຕິບັດວຽກງານຂອງລັດ ຫລື ສັງຄົມ ຈະຖືກຕັດອິດສະລະພາບ ແຕ່ 3 ເດືອນ ຫາ 2 ປີ ແລະ ຈະຖືກປັບໃໝ່ແຕ່ 3 ລ້ານ ຫາ 10 ລ້ານກີບ”

ອິງຕາມຂໍ້ກໍານົດກົດໝາຍຂ້າງເທິງນີ້, ບຸກຄົນທີ່ຈະຖືວ່າກະທຳຜິດໃນຂໍ້ຫາການຂັດຂວາງການປະຕິບັດວຽກງານຂອງເຈົ້າຫນ້າທີ່ ແມ່ນບຸກຄົນທີ່ໄດ້ນາບຂູ່ ຫລື ໃຊ້ຄວາມຮຸ່ນແຮງເພື່ອຂັດຂວາງເຈົ້າໜ້າທີ່ຊຶ່ງປະຕິບັດວຽກງານ. ສຳລັບກໍລະນີຂອງ ທ້າວ ຕຸ້ຍ, ຈາກຫລັກຖານ ຫລື ວີດີໂອທີ່ເຜີຍແຜ່ທາງສັງຄົມອອນໄລນ໌ນັ້ນ ເຮົາຈະເຫັນວ່າໃນເບື້ອງຕົ້ນຜູ້ກ່ຽວກໍ່ບໍ່ໄດ້ນາບຂູ່ ແລະ ບໍ່ໄດ້ໃຊ້ຄວາມຮຸ່ນແຮງເພື່ອຂັດຂວາງການປະຕິບັດວຽກຂອງເຈົ້າຫນ້າທີ່ແຕ່ຢ່າງໃດ.

ແຕ່ສຳລັບການໂວຍວາຍ ຫລື ຄວາມຮຸ່ນແຮງທີ່ຜູ້ກ່ຽວທຸບລົດຕົນເອງນັ້ນກໍ່ບໍ່ແມ່ນຄວາມຮຸ່ນແຮງອັນເປັນເຈດຕະນາເພື່ອຂັດຂວາງການປະຕິບັດວຽກຂອງເຈົ້າຫນ້າທີ່ແຕ່ຢ່າງໃດ ແຕ່ເປັນການໂວຍວາຍອັນເນື່ອງຈາກສັກສີຂອງຜູ້ກ່ຽວຖືກຫຍຽດຍໍ່າດ້ວຍການຖືກເຈົ້າຫນ້າທີ່ຕົບຫົວ. ດັ່ງນັ້ນ, ອິງຕາມຂໍ້ກຳນົດກົດໝາຍ ແລະ ເຫດການທີ່ກ່ຽວຂ້ອງທີ່ວິເຄາະມາຂ້າງເທິງນີ້ ພວກເຮົາຈະຂໍອອກຄໍາເຫັນ ຫລື ເພື່ອເປັນສົມມຸດຖິຖານ ວ່າ ການກະທຳຂອງ ທ້າວ ຕຸ້ຍ ແມ່ນບໍ່ເຂົ້າຄ່າຍການກະທຳຜິດໃນຂໍ້ຫາການຂັດຂວາງການປະຕິບັດວຽກຂອງເຈົ້າຫນ້າທີ່

ຕາມມາດຕາ 371. ເຖິງຢ່າງໃດກໍຕາມນັ້ນເປັນພຽງຄໍາເຫັນຂອງພວກເຮົາໃນຖ້ານະນັກກົດໝາຍ ແລະ ນັກຄິດປັນຍາຊົນພຽງເທົ່ານັ້ນ.

ແຕ່ຕອນນີ້ຄໍາຖາມທີ່ສັງຄົມຕອ້ງການຄຳຕອບກໍ່ຍັງຄົງມີຕໍ່ໄປ ຄື: 1. ຜູ້ກ່ຽວຜິດຂໍ້ຫາໃດຈຶ່ງຈັບລາວ? 2. ສານຕັດສິນໃຫ້ຜູ້ກ່ຽວເປັນນັກໂທດແລ້ວບໍ່ຈຶ່ງໃຫ້ຜູ້ກ່ຽວໃສ່ຊຸດນັກໂທດພ້ອມກຸນແຈມື? ມັນສົມຄວນແລ້ວບໍ່ແບບນີ້?

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *