ດ່ວນ..!! ນະຄອນຫຼວງວຽງຈັນ ປະກາດພື້ນທີ່ສີແດງ ແລະ ລ໊ອກດາວພື້ນທີ່ 14 ວັນ

ອຳນາດການປົກຄອງ ນະຄອນຫຼວງວຽງຈັນ ໄດ້ສັ່ງໃຫ້ລ໋ອກ​ດາວ ເປັນເວລາ 14 ວັນ ໃນເຂດທີ່ເອີ້ນວ່າ ເຂດສີແດງຂອງເມືອງ ບ່ອນທີ່ມີຈຳນວນຜູ້ຕິດເຊື້ອ Covid-19 ສູງທີ່ສຸດ. ລະຫວ່າງການປະຊຸມ ຄະນະສະເພາະກິດຄວບຄຸມ ໂຄວິດ-19, ທ່ານ ຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ ສັ່ງເຈົ້າໜ້າທີ່ ຂອງເມືອງທີ່ເປັນເຂດພື້ນທີ່ສີແດງ ຄື: ບ້ານຝາຍ, ໂພນໄຊ, ດົງປາລານ, ໜອງຈັນ ແລະ ໂພນສີນວນ ເມືອງໄຊເສດຖາ.

ການລ໋ອກດາວຂະຫຍາຍອອກ ຫຼັງຈາກມີຜູ້ຕິດເຊື້ອຈຳນວນຫຼາຍ ໃນບ້ານຝາຍ. ເຈົ້າໜ້າທີ່ລັດ ແລະ ຜູ້ເຮັດວຽກ ໃນເຂດພື້ນທີ່ສີແດງ ຈະບໍ່ໄດ້ຮັບອະນຸຍາດໃຫ້ອອກໄປເຮັດວຽກ, ໃນຂະນະທີ່ຕະຫຼາດໃນບ້ານເຫຼົ່ານີ້, ລວມທັງ ຂົວດິນ, ແລະ ທັງໂຮງງານແມ່ນຈະໄດ້ປິດ.

ມາດຕະການດັ່ງກ່າວ ມີຈຸດປະສົງເພື່ອປ້ອງກັນ ການແຜ່ລະບາດຂອງໂຄວິດ-19 ໃນພື້ນທີ່ຢູ່ອາໃສ. ລັດຖະບານໄດ້ປະກາດ ຂະຫຍາຍໄລຍະເວລາປິດເມືອງ (Lockdown) ໄປຈົນເຖິງວັນທີ 20 ພຶດສະາ ເພື່ອຫຍຸດຍັ້ງການຕິດເຊື້ອຂອງພະຍາດໂຄວິດ-19. ເພື່ອທີ່ຈະຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ, ລັດຖະບານ ແລະ ປົກຄອງທ້ອງຖິ່ນຍັງໄດ້ຈໍາກັດບໍລິເວນປະຊາຊົນພາຍໃນບ້ານ ບໍ່ໃຫ້ອອກຈາກບ້ານ ນອກຈາກກໍລະນີທີ່ຈໍາເປັນເທົ່ານັ້ນ.

ຖ້າຫາກຜູ້ໃດທີ່ຄິດວ່າຕົນເອງໄດ້ເຄີຍສຳຜັດຜູ້ຕິດເຊື້ອມາກ່ອນ ແມ່ນໃຫ້ຈໍາກັດບໍລິເວນແຍກປ່ຽວຕົນເອງເປັນເວລາ 14​ ວັນ ແລະ ໄປກວດຫາເຊື້ອ. ບຸກຄົນທີ່ມີຄວາມຈໍາເປັນຕ້ອງອອກຈາກບ້ານແມ່ນຕ້ອງໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືດ້ວຍສະບູ່ ແລະ ຫຼີກລ່ຽງການເອົາມືສຳຜັດປາກ ຫຼື ຕາ. ຄະນະສະເພາະກິດໄດ້ກ່າວວ່າ ການລະບາດຂອງເຊື້ອພະຍາດສາຍພັນໃໝ່ນີ້ສົ່ງຜົຮກະທົບຕໍ່ທຸກຄົນ, ລວມທັງເດັກນ້ອຍ ແລະ ຜູ້ເຖົ້າດ້ວຍ. ກອງປະຊຸມສຸກເສີນຄະນະ ສພກ ສ ຢູ່ກະຊວງສາທາ. ທ່ານ ຮອງນາຍົກ ກິແກ້ວ ໄຂຄຳພິທູນ ເປັນປະທານກອງປະຊຸມ ໄດ້ຊີ້ນຳຕໍ່ ນວ ໃຫ້:

1. ປະກາດລ໋ອກເຂດ, ບ້ານ, ຄຸ້ມບ້ານແດງເຂັ້ມ: ບ້ານຝາຍ 14 ວັນ (ເຂດ, ບ້ານຕິດເຊື້ອພະຍາດໂຄວິດ-19 ຫຼາຍ)

2. ປະກາດເຂດ, ບ້ານແດງ (ເຂດ, ບ້ານຕິດກັບເຂດ, ບ້ານແດງເຂັ້ມ)

3. ປະກາດເຂດ, ບ້ານເຫຼືອງ (ເຂດ, ບ້ານຕິດກັບເຂດ, ບ້ານແດງ) ກວມຮອດກະຊວງກະສິກຳ, ຍທຂ, ການຄ້າ, ການຕ່າງປະເທດ, ເຂດກົງສູນໄທ. ສຳລັບກະຊວງດັ່ງກ່າວ ຄະນະ ສພກ ສູນກາງ ຈະແຈ້ງໃຫ້ເພິ່ນເອງ

4. ຍົກລະດັບການຄວບຄຸມຕະຫຼາດເຂັ້ມງວດຂຶ້ນຕື່ມ: ຂົວດິນ

5. ປິດໂຮງງານຢູ່ເຂດ, ບ້ານແດງເຂັ້ມ ແລະ ແດງ;

6. ບໍ່ອະນຸຍາດໃຫ້ພະນັກງານ, ກຳມະກອນຢູ່ເຂດ, ບ້ານແດງເຂັ້ມ ແລະແດງ ໄປເຮັດວຽກ

7. ຄວບຄຸມສະຖານທີ່ອອກກຳລັງກາຍ

8. ບໍ່ໃຫ້ຂາຍເຄື່ອງ ແລະລວມກັນເປັນຈຸ້ມ-ເປັນກຸ່ມ, ຕັ້ງວົງຊຸມແຊວ-ດື່ມເຫຼົ້າເບຍ: ສະໜາມຫຼວງ, ບຶງທາດຫຼວງ, ແຄມຂອງຫາດດອນຈັນ

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *