ຄົນລະ 1 ໄລຣ 1 ແຊຣເພື່ອວອນຫາຜູ້ໃຈບຸນຊ່ວຍຊຸກຍູ້ຄ່າຊ້ອມແປງລົດທີ່ໃຊ້ແລ່ນນຳສົ່ງຄົນເຈັບ (ຕອນນີ້ແມ່ນເປ່ເພ)

ຂໍແຈ້ງໃຫ້ປະຊາຊົນຮູ້ວ່າ ເປັນຫຍັງໂທມາແລ້ວກູ້ໄພເຮົາບໍ່ສາມາດອອກເຫດໄດ້ ເນື່ອງຈາກວ່າລົດທີ່ພວກເຮົາໃຊ້ແລ່ນອອກເຫດທີ່ມື້ນັ້ນແມ່ນໄດ້ເປ່ເພດ້ານເຄື່ອງຈັກແລະ ບໍ່ສາມາດປາດໜ້າຝາສູບໄດ້ແລ້ວ ຕ້ອງໄດ້ຊື່ເຄື່ອງຈັກມື 2 ມາໃສ່ ລາຄາຄ້າວໆຈາກຮ້ານອາໄຫຼ່ ປະມານ 7500 ບາດ ລາຄາໜ້າຝາສູບຄົບຊຸດ ແລະຍັງລາຄາອາໄຫຼ່ບາງສ່ວນ

 

ເລັກນ້ອຍ ເນື່ອງຈາກວ່າລົດພວກເຮົາມີຄັນດຽວພາຍໃນເມືອງ ແລະ ແລ່ນທຸກມື້ຈົນປະສົບບັນຫາ ເພາະວ່າລົດສຸກເສີນ ໝາຍເລກ 1 ທີ່ໃຊ້ແລ່ນຮັບໃຊ້ສັງຄົມພາຍໃນເມືອງປາກງື່ມ

 

ເກີດຄວາມຮ້ອນຂື້ນໃວ ແລະ ໄດ້ແລ່ນ ໄລບະສັ້ນລົງ ເພາະເປັນລົດທີ່ນຳໃຊ້ຫຼາຍປີ ແລະ ແລ່ນໄປກັບສູນກູ້ໄພບໍ່ຕ່ຳກ່ອນ 100 ກິໂລ ຕໍ່ຖ້ຽວ ໜ່ວຍງານເຮົາຈີ່ງຂໍແຈ້ງໃຫ້ທຸກຄົນຮັບຮູ້

ພວກເຮົາຈະພະຍາຍາມລະດົມຂົນຂວຍໃຫ້ໄດ້ສ້ອມແປງ ແລະ ກັບມາຮັບໃຊ້ໃນໃວໆນີ້ ຫຼື ທ່ານຈະຊ່ວຍເຫຼືອ ຄົນລະ 10,000-20,000 ກໍ່ໄດ້ ຫຼາຍຄົນຊ່ວຍກັນ

Author: PP

Leave a Reply

Your email address will not be published. Required fields are marked *