ຂ່າວດີ…!! ແຂວງຫົວພັນ ປະກາດ ສອບເສັງເອົາລັດຖະກອນຄູແຕ່ລະສາຍຈຳນວນ 16 ຕົວເລກ

ພະແນກສຶກສາທິການ ແລະ ກິລາແຂວງ ຫົວພັນ ຊໍຖືເປັນກຽດແຈ້ງມາຍັງບັນດານັກສຶກສາທີ່ຮຽນຈົບສາຍວິຊາຄູສອນຊາບວ່າ:    ຈະໄດ້ຈັດຕັ້ງສອບເສັງຄັດເລືອກຄູບາງວິຊາຈໍານວນ 16 ຕົວເລກ ລາຍລະອຽດຄື:

ຄູຊັ້ນອະນຸບານ 3 ຕົວເລກ, ຄູໄອຊີທີ 2 ຕົວເລກາ, ຄູສິລະປະກໍາ 1 ຕົວເລກ, ຄູສິລະປະດົນຕິ 1 ຕົວເລກ, ຄູວິທະຍາສາດ ທໍາມະຊາດ 1 ຕົວເລກ, ຄູເຄມີສາດ 4 ຕົວເລກ, ຄູຊິວະສາດ 1 ຕົວເລກ,

ຄູຟິຊິກສາດ 2 ຕົວເລກ ແລະ ຄະນີດ 1 ຕົວເລກ ເພື່ອບັນຈຸໃສບັນດາໂຮງຮຽນ ທີ່ມີຄວາມຈໍາເປັນຢູ່ແຂວງ ຫົວພັນ.

– ຮັບເອກະສານນັບແຕ່ວັນທີ 17-20 ພຶດສະພາ 2021 ( ພະແນກສຶກສາແຂວງ ),

• ເງິນໄຂຜູ້ສະມັກ.

1. ເປັນພົນລະເມືອງລາວ, ມີພູມລໍາເນົ່າຢູ່ແຂວງຫົວພັນ,

2. ມີມະນຸດສໍາພັນດີ, ມີສຸຂະພາບແຂງແຮງ,

3. ສາຂາວິຊາ ຄູອະນຸບານ ລະດັບວິຊາສະເພາະ ຕ້ອງຈົບຊັ້ນກາງຂື້ນໄປ;

4. ສາຂາວິຊາ ຄູສິລະປະກໍາ, ຄູສິລະປະດົນຕີ ລະດັບວິຊາສະເພາະ ຕ້ອງຈົບຊັ້ນກາງ ຂຶ້ນໄປ,

5. ສາຂາວິຊາ ຄູໄອຊິທີ, ຄູວິທະຍາສາດທໍາມະຊາດ,ຄູເຄມິສາດ, ຄູຊີວະສາດ, ຄູຟີຊິກສາດ ແລະ ຄູຄະນິດສາດ ລະດັບວິຊາສະເພາະ ຕ້ອງຈົບປະລິນຍາຕີ ຂຶ້ນໄປ.

6. ຕ້ອງມີຄະແນນສະເລ່ຍວິຊາສະເພາະ 2.80 ຂື້ນໄປ.

7, ເອກະສານສະຫມັກເປະກອບມີ:

1).ໃບຄໍາຮ້ອງ,

2). ໃບປະກາດວິຊາສະເພາະ,

3), ໃບຄະແນນ,

4). ໂບຢັ້ງຢືນທີ່ຢູ່

ດັ່ງນັ້ນ, ຈິ່ງແຈ້ງມາຍັງບັນດານັກສຶກສາ ມາເພື່ອຊາບ ແລະ ປະກອບເອກະສານໃຫ້ທັນຕາມກໍານົດເວລາ,

Author: PP

Leave a Reply

Your email address will not be published. Required fields are marked *