ເຕືອນໄພ..!! ໃຜທີ່ຂາຍເລກຈົ່ງມີສະຕິ ແລະ ເພີ່ມຄວາມລະມັດລະວັງກັນຕື່ມອີກ ເພາະໂຈນມັນມີຫຼາຍແທ້ໆ

ຝາກເຕືອນສະຕິທຸກຄົນໄປໃສມາໃສໃຫ້ເພີ່ມຄວາມລະມັດລະວັງກັນແດ່ເດີ້ຊ່ວງວິກິດໂຄວິດໂຈນຫຼາຍອີຫຼີ

ໃນວັນທີ່ 17/5/2021 ນີ້ໄດ້ມີໂຈນຄົນໜື່ງທຽວໄປທຽວມາຊື້ເລກນຳ2-3ເທື່ອ ເຊີ່ງສັງເກດເຫັນແລ້ວວ່າໃນກະເປົ໋າເຂົາຈົນບໍ່ມີເງີນແລ້ວ

ແຕ່ຍັງກັບມາຮອບທີ່ 3 ຄິດວ່າລາວກັບໄປເອົາເງີນແລ້ວມາອີກ (ເຊີ່ງຕົນເອງຄິດຢູ່ໃນໃຈວ່າຊີເພື່ອໃຫ້ລາວທັ້ງໆທີ່ລາວມາຊື້ນຳ2ເທື່ອແລ້ວແຕ່ຊື້ນຳເທື່ອລະ3ພັນກີບ)

ກັບມາແລ້ວບອກໃຫ້ເຮົາກົດເລກໃຫ້ພໍດີກົດແລ້ວເຮົາສັງເກດເຫັນລາວມີທ່າທີແປກໆ ແລະ ນີ່ງຢູ່ແປບໜື່ງ ແລ້ວລາວກະຍົກໂຕຂາຍເລກທັບໃສ່ເຮົາດືງເອົາກະເປົ໋າເງີນເຮົາໄປ ຕົກໃຈກະພໍແຮງແຕ່ຕັດສິນໃຈໄດ້ແລ່ນໄປດືງເອົາທ້າຍລົດບັກໂຈນຫັ້ນລົ້ມລົງ

ຫຼັງຈາກນັ້ນກໍ່ມີພົນລະເມືອງດີມາຊ່ວຍຄຸມຕົວໂຈນໄດ້. ປັດຈຸບັນແມ່ນສົ່ງໂຈນໃຫ້ເຈົ້າໜ້າທີ່ໆກ່ຽວຂ້ອງແລ້ວ

ເຫດການນີ້ແມ່ນເກີດຂື້ນໃນຕອນຄ່ຳຂອງວັນທີ່17/5/2021 ຢູ່ບ້ານ ໄຊສົມບູນ ເມືອງ ຫຼວງນ້ຳທາ ແຂວງ ຫຼວງນ້ຳທາ ຂໍຝາກເຕືອນແມ່ຄ້າຂາຍເລກທຸກຄົນຈົ່ງມີສະຕິຢູ່ຕະຫຼອດເວລາ ຖ້າບໍ່ຢາກຕົກເປັນເຫຍື່ອຂອງໂຈນ

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *