
ດ່ວນ! ປິດການເຂົ້າ-ອອກຂອງປະຊາຊົນບ້ານຫາດສວນ ເມືອງ ທຸລະຄົມ ເປັນເວລາ 14 ມື້ ເຈົ້າເມືອງທຸລະຄົມ ຖືເປັນກຽດແຈ້ງມາຍັງຫົວໜ້າກຸ່ມບ້ານ, ຫົວໜ້າ ປກສ ກຸ່ມບ້ານ,ອົງການປົກຄອງບ້ານຫາດສວນ ເມືອງທຸລະຄົມ ແຂວງວຽງຈັນ ປະຕິບັດດັ່ງນີ້:
1. ຫ້າມພໍ່ແມ່ປະຊາຊົນພາຍໃນບ້ານຫາດສວນອອກຈາກບ້ານ, ອອກຈາກເຮືອນ, ບໍລິເວນທີ່ພັກອາໄສຂອງຕົນ ຖ້າຫາກວ່າບໍ່ມີຄວາມຈໍາເປັນແທ້ໆ ແລະ ຫ້າມບໍ່ໃຫ້ປະຊາຊົນບ້ານອື່ນມາພັກອາໄສຢູ່ພາຍໃນບ້ານ ໃນຊ່ວງໄລຍະການຈັດຕັ້ງປະຕິບັດແຈ້ງການສະບັບນີ້ ເປັນຕົ້ນ: ແມ່ນຫ້າມປະຊາຊົນພາຍໃນບ້ານຫາດສວນ ໄປບ້ານອື່ນຢ່າງເດັດຂາດ; ຍົກເວັ້ນກໍລະນີຈໍາເປັນ ເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງໝໍ, ໄປທໍາການຜະລິດ, ໄປປະຕິບັດໜ້າທີ່ຕາມການມອບໝາຍຂອງການຈັດຕັ້ງ ແຕ່ຕ້ອງໄດ້ຮັບອະນຸຍາດຈາກອົງການປົກຄອງບ້ານສາກ່ອນ.(ເລີ່ມແຕ່ວັນທີ 18 ຫາ 31 ພຶດສະພາ2021 ).
2. ມອບໃຫ້ອົງການປົກຄອງບ້ານ, ປກສ-ກອງຫລອນບ້ານຫາດສວນ ຕິດຕາມ, ກວດກາລາດຕະເວນອ້ອມບ້ານພ້ອມຕັ້ງຈຸດເວນຍາມບ້ານຂອງຕົນ ຕະຫຼອດ 24 ຊົ່ວໂມງ, ຖ້າເຫັນວ່າມີບຸກຄົນໃດຫາກມີການເຄື່ອນໄຫວລະເມີດລະບຽບການ ແລະ ຄຳສັ່ງ, ແຈ້ງການຕ່າງໆທີ່ລັດຖະບານ, ແຂວງ ແລະ ເມືອງວາງອອກ ໃຫ້ຮີບຮ້ອນຈັດຕັ້ງປະຕິບັດຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.
3. ໃຫ້ອົງການປົກຄອງບ້ານຫາດສວນຕິດຕາມປະຊາຊົນພາຍໃນບ້ານຂອງຕົນ ຖ້າຫາກພົບເຫັນກໍລະນີສົງໃສມີການຕິດ ເຊື້ອໂຄວິດ 19 ໃຫ້ຮີບຮ້ອນລາຍງານຄະນະສະເພາະກິດຂັ້ນເມືອງ ຮັບຊາບໂດຍໄວ (ເບີໂທ: 02022245125, 020 28313834).
4. ໃຫ້ປິດການໃຫ້ບໍລິການທ່າເຮືອບັກ ທັງສອງທ່າ ທ່າເໜືອ ແລະ ໃຕ້.
(ຄຣິບ):