
ສະມາຄົມນັກທຸລະກິດຍິງ ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ ຖະແຫຼງຂ່າວກຽມຈັດງານ ເທດສະການອາຫານລາວ 2021 ຂຶ້ນ ພາຍໃຕ້ຄຳຂວັນ “ກິນ, ຢູ່, ຮຽນຮູ້ວິຖີລາວ” ໂດຍຈະມີ ມີ ຫຼາຍກວ່າ120 ຮ້ານເຂົ້າຮ່ວມວາງສະແດງ.ພິທີຖະແຫຼງຂ່າວໄດ້ຈັດຂຶ້ນໃນວັນທີ 5 ກຸມພາ 2021 ທີ່ຮ້ານອາຫານ ເລີປາແດກ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງ ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດຍິງ, ທ່ານ ນາງ ບົວຈັນ ສີຫານາດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ
ພ້ອມດ້ວຍຫົວໜ່ວຍທຸລະກິດເຂົ້າຮ່ວມ.ທ່ານນາງ ຈັນທະຈອນ ວົງໄຊ ກ່າວວ່າ : ເພື່ອເປັນການບົ່ງບອກໃຫ້ມວນຊົນລາວໃນປັດຈຸບັນໄດ້ເຫັນ ພາບການຄ້າຂາຍແລກປ່ຽນສິນຄ້າກ່ຽວກັບອາຫານລາວເຊິ່ງກັນແລະກັນແບບລາວໆ ຂອງສະໄໝກ່ອນ, ໃນປີ 2021 ນີ້ ພວກເຮົາຈິ່ງຈັດງານເທດສະການອາຫານຂຶ້ນພາຍໃຕ້ຄໍາຂວັນ: “ກິນ, ຢູ່,ຮຽນຮູ້ວິຖີລາວ ”
ເພື່ອສ້າງໃຫ້ຮູ້ເຖິງ ແນວຄວາມຄິດ ແລະ ບັນຍາກາດອັນໃໝ່ໃນການອະນຸລັກ ອາຫານ, ການກິນຢູ່, ດໍາລົງຊີວິດໃຫ້ເປັນແບບວັດທະນະທໍາ, ຮີດຄອງ ປະເພນີດັ້ງເດີມ ແລະ ປັບໃຫ້ເຂົ້າກັບຍຸກສະໄໝຂອງຄົນລາວພວກເຮົາ, ເພື່ອເສີມສ້າງໃຫ້ເປັນບັນຍາກາດແບບສັງຄົມພື້ນເມືອງລາວ ທີ່ເຄີຍມີມາ. ສືບຕໍ່ຊຸກຍູ້, ສົ່ງເສີມແມ່
ຍິງຜູ້ຜະລິດ, ຜູ້ປູກຝັງ, ລ້ຽງສັດ ທີປຸງແຕ່ງໃນຮ້ານອາຫານ,ໂຮງແຮມ,ຮ້ານຂາຍຍ່ອຍ ຈາກທ້ອງຖິ່ນຕ່າງໆ ແລະ ຈາກນະຄອນຫລວງວຽງຈັນໄດ້ມາວາງສະແດງ ແລະ ຄ້າຂາຍແລກປ່ຽນນໍາກັນ.ພ້ອມທັງປຸກລະດົມເຊີນຊວນຜູ້ປະກອບການແມ່ຍິງ ໃນການຜະລິດເປັນສິນຄ້າ ໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວ
ປະເທດ ແລະພາກພື້ນ, ເພື່ອສົ່ງເສີມນະໂຍບາຍ ລາວທ່ຽວລາວ ແລະ ເພື່ອສາມາດຕອບສະໜອງສິນຄ້າຢ່າງພຽງພໍໃຫ້ແກ່ຜູ້ມາທ່ຽວຊົມໄດ້ຈັບຈ່າຍຊື້ຂາຍຢ່າງສະດວກສະບາຍ. ເທດສະການອາຫານລາວ ປີ2021 ຈະຈັດຂຶ້ນວັນທີ 23 – 27 ກຸມພາ 2021 ທີ່ສວນເຈົ້າອະນຸວົງ (ແຄມຂອງ)ໂດຍຈະມີ 120 ຮ້ານເຂົ້າຮ່ວມ; ໃນນັ້ນ ມີຮ້ານຈາກບັນດາ
ສະຖານທູດ 9 ປະເທດເຊັ່ນ: (ສະຖານທູດ ຫວຽດນາມ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ, ສິງກະໂປ ແລະ ບູໄນ). ທ່ານ ນາງ ບົວຈັນ ສີຫານາດ ກ່າວວ່າ :ກິດຈະກຳເທດສະການອາຫານລາວ ເປັນໜຶ່ງໃນກິດຈະກຳທີ່ສຳຄັນສຳລັບນັກທຸລະກິດແມ່ຍິງໄດ້ເຫັນຄວາມສຳຄັນສຳລັບການດຳເນີນ
ກິດຈະກຳຮ່ວມກັນເຊິ່ງວຽກງານດັ່ງກ່າວນີ້ໄດ້ເລິ່ມມາແຕ່ປີ 2006 ຈົນມາເຖິງປັດຈຸບັນ. ຍ້ອນສະພາບການໃນທົ່ວໂລກໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19, ໃນປີນີ້ພວກເຮົາຈຶ່ງໄດ້ມີຄຳຂວັນທີ່ວ່າ“ກິນ, ຢູ່, ຮຽນຮູ້ວິຖີລາວ ” ທີ່ອັນສຳຄັນກໍ່ແມ່ນການສົ່ງເສີມການລາວທ່ຽວລາວ ແລະ ໃນນັ້ນປີນີ້ກໍແມ່ນປີພິເສດທີ່ມີຕົວແທນສະຖານທູດຂອງບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມໃນການວາງສະແດງ ແລະ ກໍເປັນຂະບວນການສະເຫຼີມສະຫຼອງວັນທີ 8 ມີນາ ວັນແມ່ຍິງສາກົນທີ່ໃກ້ຈະມາເຖິງນີ້.