
ຝາກເຖີງການບິນລາວ ທີ່ຂ້າພະເຈົ້າຮູ້ເທົ່າບໍ່ເຖີງການອາຍຸຍັງນ້ອຍທີ່ເວົ້າໄປວ່າ: ໄດ້ມີຍົນຕົກໂດຍບໍ່ມີຂໍ້ມູນຄວາມຈີງ.ໃນວັນທີ17/5/2021.

ຂ້າພະເຈົ້າໄດ້ເວົ້າວ່າ: ຍົນຕົກຢູ່ເມືອງຊຽງເງີນ ແຂວງ ຫລວງພະບາງ ແຕ່ຍົກທີ່ຕົກນັ້ນບໍ່ຮູ້ວ່າຍົນມາແຕ່ໃສ ເປັນຍົນປະເທດໃດ ຍັງບໍ່ທັນໄດ້ເອີ້ນເຖີງຊື່ ຍົນຂອງການບິນລາວຈັກຄວາມ.

ສະນັ້ນຈຶ່ງຝາກມາຮອດເຈົ້າຫນ້າທີ່ ກະຊ່ວງໂຢທາ ຕະຫລອດຮອດພໍ່ແມ່ປະຊາຊົນ.ທີ່ຂ້າພະເຈົ້າໄດ້ເວົ້າແບບນັ້ນອອກໄປ .ຕໍ່ໄປຊິປະຕິຍານຕົນຊິບໍ່ເຮັດອີກໃນເລື່ອງທີ່ບໍ່ມີມູນຄວາມຈີງ.

ສຳລັບຜ່ານມາຂ້າພະເຈົ້າກະອັບເດດແຕ່ຂ່າວ ທີ່ມີຂໍ້ມູນດີໆໃຫ້ກັບສັງຄົມ.ອັດເດດຂ່າວສານຕ່າງໆໃຫ້ສັງຄົມຮັບຮູ້.