
ຂ່າວດີ ! ທາງ ບໍລິສັດ ຟ້າໃຫຍ່ ມີເດຍ ຫຼື ບິກບລູ ເອເຈນຊີ ລາວໄດ້ຈັດໂຄງການຮ່ວມກັບເພຈຂ່າວອິນໄຊລາວໂດຍມີວັດຖຸປະສົງເພື່ອປຸກລະດົມໃຫ້ປະຊາຊົນໃນ ສປປ ລາວ ໄປສັກວັກຊີນ ເພື່ອຈະໄດ້ເກີດພູມຄຸ້ມກັນໝູ່ (ຕາມຂໍ້ມູນທີ່ອີງມາຈາກ WHO / ກົມອະນາໄມໂລກ,
ປະຊາກອນໃນແຕ່ລະປະເທດຕ້ອງໄດ້ສັກວັກຊີນຢ່າງໜ້ອຍ 70%) ໂດຍຜູ້ທີ່ຮັບວັກຊີນແລ້ວສາມາດ ໄປຮ່ວມກິດຈະກຳ ກັບເພຈ ອິນໄຊລາວ ໂດຍການຖ່າຍຮູບຄູ່ກັບບັດຢັ້ງຢືນການສັກວັກຊີນ ແລ້ວໄປຄອມເມັ້ນໃນໂພສທີ່ເຮັດກິດຈະກຳ ໂດຍເພຈຈະມີການສຸ່ມຈັບຂໍ້ມູນຂອງຜູ້ຮ່ວມຫຼິ້ນກິດຈະກຳອາທິດລະລາງວັນ ລາງວັນລະ 500,000 ກີບ ເປັນເວລາ 12 ອາທິດ.
ທ່ານ ສັນທະລັກ ຈ່າສານ ປະທານບໍລິສັດບິກບລູ ເອເຈນຊີ ກ່າວວ່າ “ ພວກເຮົາມີຄວາມຕັ້ງໃຈ ທີ່ຈະນຳເງິນຂອງບໍລິສັດບາງສ່ວນ ມາໃຊ້ເພື່ອເປັນການຄືນທຶນສູ່ສັງຄົມ ໂດຍມອບໃຫ້ກັບ ຄົນທີ່ໄດ້ສັກວັກຊີນ ເພື່ອເປັນການເຊີນຊວນໃຫ້ ຄົນມາສັກວັກຊີນໃຫ້ຫຼາຍທີ່ສຸດໂຄງການນີ້ໄດ້ຮ່ວມມືກັບ ເພຈຂ່າວອິນໄຊລາວ ໃນການເຮັດ.

ກິດຈະກຳເພື່ອສັງຄົມດັ່ງກ່າວ ພວກເຮົາຫວັງວ່າ ປະຊາຊົນຄົນລາວເຮົາຈະເຫັນຄວາມສຳຄັນ ຂອງການສັກວັກຊີນເພີ່ມຫຼາຍຂຶ້ນ ແລະ ໃນສ່ວນອື່ນທີ່ເຮົາໄດ້ເຮັດໂຄງການນີ້ ຄື ພວກເຮົາໄດ້ມີການຂຶ້ນປ້າຍ ປຸກລະດົມເຊີນຊວນໃຫ້ມີການສັກວັກຊີນອີກດ້ວຍ ສຸດທ້າຍພວກເຮົາຫວັງວ່າ ໂຄງການດັ່ງກ່າວອາດຈະມີປະໂຫຍດຕໍ່ສັງຄົມບໍ່ຫຼາຍກໍໜ້ອຍ”