ຂໍເຊີນ… ສາຍບຸນທັງຫຼາຍ ທີ່ຕ້ອງການຢາກຮ່ວມສ້າງບຸນກຸສົນນຳກັນເພຶ່ອປະຕິສັງຂອນ ສ້າງອາຣາມໂຮງທຳ ວັດບ້ານຫມໍ້ ເມືອງຄຳ ແຂວງຊຽງຂວາງ

ຂ້າພະເຈົ້າຂໍແຈ້ງຂ່າວບຸນມາຍັງເພື່ອນໆໃນເຟສບຸກ ເພື່ອເພື່ອນໆສາຍບຸນຕ້ອງການຢາກຮ່ວມສ້າງບຸນກຸສົນນຳກັນເພຶ່ອປະຕິສັງຂອນຕອນນີ້ທາງວັດບ້ານຫມໍ້ ເມືອງຄຳ ແຂວງຊຽງຂວາງ
ແມ່ນກຳລັງສ້າງອາຣາມໂຮງທຳ

ເນື່ອງຈາກວ່າຍັງຂາດເຂີນວັດຖຸປັດໃຈຫລາຍຢ່າງຂ້າພະເຈົ້າຂໍແຈ້ງຂ່າວບຸນ ເພື່ອລະດົມທຶນຮອນສົມທົບສ້າງອາຣາມດັ່ງກ່າວຊ່ວຍກັນ ສະສົມບຸນ ຜູ້ເລັກນ້ອຍຕາມແຮງ
ເພື່ອໃຫ້ສະດວກສະບາຍໃນການເຂົ້າໄປສັກກະລະບູຊາ

ເລກບັນຊີ ທຄຕລ 130120000076574001(ກີບ)
ຊື່ບັນຊີ ທ້າວສົນ ວິລະວົງສາ

ເງິນທຸກກີບ ທຸກບາດ ທີ່ລວບລວມໄດ້ ແມ່ນຈະນຳໄປມອບໃຫ້ທາງວັດ ກໍ່ຄືການຈັດຕັ້ງ ທີ່ຮັບຜິດຊອບ ໃນການກໍ່ສ້າງດັ່ງກ່າວຫລື ຫາກທ່ານໃດສະດວກເຂົ້າມາຖວາຍວັດຖຸປັດໃຈດ້ວຍຕົນເອງ

ແຮ່ງເປັນການດີທັງຈະໄດ້ກາບໄຫວ້ຂໍພອນນຳເພິ່ນອີກດ້ວຍ .ຂໍຜົນບຸນທີ່ບັນດາທ່ານໄດ້ຮ່ວມກັນກະທຳໃນຄັ້ງນີ້ດ້ວຍການທານວັດຖຸ ກົດໄລ້ ກົດແຊຣ໌ເພື່ອບອກຂ່າວບຸນເປັນທຳມະທານນີ້ ສົ່ງຜົນໃຫ້ທຸກທ່ານ

ຈົ່ງພົບແຕ່ຄວາມມັ່ງຄັ່ງລ້ຳລວຍ ພົບແຕ່ຄວາມສຸກ-ຄວາມຈະເລີນ ສຸຂະພາບກາຍ-ໃຈແຂງແຮງ ຄຳວ່າໄຮ້ຊັບ ອັບປັນຍາ ຢ່າໄດ້ເກີດມີແກ່ທ່ານທຸກພົບທຸກຊາດນັ້ນເທີ້ນ ສາທຸ ສາທຸ ສາທຸ

Author: PP

Leave a Reply

Your email address will not be published. Required fields are marked *