
ເນື່ອງຈາກເມືອງ ຕົ້ນເຜິ້ງ ຍັງມີການແຜ່ລະບາດ ຂອງພະຍາດ ໂຄວິດ – 19 ເຊິ່ງໄດ້ສົ່ງຜົນຕໍ່ເສດຖະກິດ ຊີວິດການເປັນຢູ່ຂອງປະຊາຊົນພາຍໃນເມືອງ ລວມທັງຄົນຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດທີ່ເຂົ້າມາ ດຳເນີນທຸລະກິດ ປະກອບອາຊີບ.
ທຳມາຫາກິນຢູ່ພາຍໃນເມືອງ ຕົ້ນເຜິ້ງ ໂດຍສະເພາະແມ່ນຊາວຜູ້ແຮງງານທີ່ມາຈາກຕ່າງເມືອງ, ຕ່າງແຂວງ ມາອອກແຮງງານຢູ່ບັນດາ, ໂຮງງານ ແລະ ບໍລິສັດສວນໝາກຖົ່ວເຫຼືອງ ຂອງຄົນຕ່າງປະເທດ.
ຍ້ອນສະພາບການດັ່ງກ່າວ ພາຍຫຼັງຜູ້ອອກແຮງງານທີ່ຕົກຄ້າງຢູ່ບັນດາບໍລິສັດພາຍໃນເມືຶອງສ່ວນໃຫຍ່ ໄດ້ຮັບເງິນຄ່າຈ້າງອອກແຮງງານນໍາບັນດາເຈົ້າຂອງບໍລິສັດແລ້ວ ຈຶ່ງໄດ້ພາກັນຫຼັ່ງໄຫຼກັບທ້ອງຖິ່ນລຳເນົາຂອງຕົນເອງ ໂດຍສະເພາະ ແມ່ນໃນລະຫວ່າງ ວັນທີ 20 – 21 ພຶດສະພາ ນີ້.
ໄດ້ມີຜູ້ອອກແຮງງານຈໍານວນຫຼາຍພັນຄົນຫຼັ່ງໄຫຼກັນເຂົ້າມາລໍຖ້າຢູ່ບໍລິເວນປ້ອມຕຳຫຼວດກວດກາຄົນເຂົ້າ – ອອກເມືອງຈຸດນໍ້າເກິ່ງ ເພຶ່ອລໍຖ້າການປະສານງານ ລະຫວ່າງ ອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງເມືອງຕົນກັບອົງການປົກຄອງເມືອງ ຕົ້ນເຜິ້ງ ເພື່ອປະກອບເອກການສານຮັບຮອງເອົາແຮງງານທີ່ຕົກຄ້າງກັບທ້ອງຖິ່ນໃຜລາວ
ຈຶ່ງເຮັດໃຫ້ບັນຍາກາດຢູ່ເຂດດັ່ງກ່າວມີຄວາມແອອັດໄປດ້ວຍຜູ້ຄົນທີ່ລໍຖ້າກັບທ້ອງຖິ່ນ. ຍ້ອນບັນຍາກາດດັ່ງກ່າວ ດ້ວຍຄວາມເປັນຫ່ວງເປັນໄຍ ຈຶ່ງຂໍໃຫ້ພີ່ນ້ອງຊາວຜູ້ອອກແຮງງານທີ່ຈະມາລໍຖ້າກັບຄືນທ້ອງຖິ່ນຂອງຕົນ ປະຕິບັດມາດຕະການປ້ອງກັນການແຜ່ລະບາດ ຂອງພະຍາດ ໂຄວິດ – 19 ດ້ວຍການຮັກສາໄລຍະຫ່າງເທົ່າທີ່ຈະເຮັດໄດ້, ໃສ່ຜ້າອັດປາກ – ດັງ ເພື່ອຄວາມປອດໄພຈາກພະຍາດ ໂຄວິດ – 19
ແລະ ຂໍໃຫ້ພີ່ນ້ອງຊາວຜູ້ອອກແຮງງານທຸກຄົນເດີນທາງກັບທ້ອງຖິ່ນຂອງຕົນດ້ວຍຄວາມປອດໄພ.
(ຄຣິບ):