
ໝາກແຄ້ງຂົມເປັນຢາທຸກສ່ວນ ແຕ່ວ່າ ບາງຄົນບໍ່ມັກກິນ ຍ້ອນຄວາມຂົມຂອງມັນ ໂດຍສະເພາະແມ່ນຜູ້ຍິງ.ມັນເປັນຢາດີທຸກສ່ວນ ຕັ້ງແຕ່ ຮາກ, ໝາກ, ໃບ ແລະ ຕົ້ນ
· ຮາກ: ແກ້ຂີ້ກະເທີ່, ນໍ້າລາຍໜຽວ, ແກ້ໄອ, ແກ້ເລືອດອອກທາງທະວານ.
· ຕົ້ນ: ແກ້ເລືອດອອກທາງທະວານ.
· ໃບ: ບຳລຸງທາດ, ແກ້ວັນນະໂຣກ, ແກ້ໄອ.
· ໝາກ: ບຳລຸງນຳ້ບີ, ຮັກສາເບົາຫວານ, ແກ້ໄອ, ແກ້ຂີ້ກະເທີ່, ແກ້ນຳ້ລາຍໜຽວ, ແກ້ຄໍແຫ້ງ, ຊ່ວຍຂັບຖ່າຍປັດສາວະ, ຮັກສາໂຣກກ່ຽວກັບໄຂ່ຫຼັງ ແລະພົກຍ່ຽວ, ແກ້ເລືອດອອກທາງທະວານ.
#ປະລິມານທີ່ໃຊ້:
1. ໃຊ້ເປັນຢາຂົມຈະເລີນອາຫານ, ແກ້ໄອ ແລະ ແກ້ໂຣກຫອບຫືດ:- ໃຊ້ໝາກແຄ້ງຂົມໜ່ວຍແກ່.- ສຳລັບເດັກນ້ອຍ ໃຊ້ 2-3 ໝາກ ໃຊ້ເປັນຢາແກ້ໄອ ແລະຂັບເສີມຫະ.- ສຳລັບຜູ້ໃຫຍ່ ໃຊ້ 10-20 ໜ່ວຍ ເພື່ອຫຍຳ້ກິນ ແລ້ວກືນທັງນໍ້າ ແລະນວນ.
2. ໃຊ້ຫຼຸດນໍ້າຕານໃນເລືອດ ແລະ ຮັກສາເບົາຫວານ: ນຳເອົາໝາກແຄ້ງຂົມທີ່ຕື່ງໆປະມານ 10-20 ໜ່ວຍ ເພື່ອກິນເປັນອາຫານ.
ນອກຈາກນີ້ ຢູ່ໃນໝາກແຄ້ງຂົມອ່ອນ ແມ່ນມີວິຕາມິນ A ສູງ ຊຶ່ງເປັນທີ່ຮູ້ກັນດີວ່າ ວິຕາມິນ A ຊ່ວຍບຳລຸງສາຍຕາ, ຊ່ວຍໃຫ້ກະດູກ-ຜົມ-ແຂ້ວ ແຂງແຮງ, ສ້າາງພູມຕ້ານທານຕໍ່ລະບົບຫາຍໃຈ, ເຮັດໃຫ້ເຊົາເຈັບຊ່ວຍໄວຂຶ້ນ, ຊ່ວຍໃນເລື່ອງຜິວພັນ, ຫຼຸດອາການອັກເສບ ແລະຊ່ວຍລຶບຈຸດຕ່າງດຳ.