ເກີດອຸບັດຕິເຫດ..!! ລົດຕູ້ປະທະກັບລົດເກງຢ່າງຮຸນແຮງ ມຸ໋ນອຸ້ຍປຸ້ຍ ທີ່ນະຄອນປາກເຊ

ລາຍງານຈາກ 1623 ແຂວງຈໍາປາສັກ ໃຫ້ຮູ້ວ່າ: ເວລາປະມານ 20:12 ວັນທີ 22/5/2021 ໄດ້ຮັບແຈ້ງ ອຸບັດຕິເຫດລົດຕູ້ຕໍາກັບລົດເກງ.

ຈຸດເກີດເຫດ : ເສັ້ນທາງຫລັກ4 ບ້ານພູມ່ວງ ນະຄອນ ປາກເຊ 1623​ ໃຫ້ຮູ້ວ່າ ໄດ້ຮັບແຈ້ງເຫດຈາກປະຊາຊົນ ຜ່ານເບີສຸກເສີນ1623 ພໍໜ່ວຍກູ້ໄພອອກກວດສອບເຫດ ພົບຜູ້ບາດເຈັບຈຳນວນ 01 ຄົນເພດຊາຍ ອາຍຸ 37 ປີ ອາຊີບພະນັກງານ ປັດຈຸບັນຢູ່ບ້ານ ຫ້ວຍຍາງຄຳ ນະຄອນປາກເຊ ແຂວງຈຳປາສັກ

ໂດຍຄົນເຈັບມີ ອາການເບື້ອງຕົ້ນ: ບໍ່ມີສະຕິ, ກະທົບໜ້າເອິກ, ບາດແຜເຖີເຫຼີ້ນຕາມໃບໜ້າ ແລະ ແຂນຂາ. ດັ່ງນັ້ນທາງທີມງານໜ່ວຍກູ້ໄພຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍແຂວງຈຳປາສັກເປັນທີ່ຮຽບຮ້ອຍ,

ສ່ວນສາເຫດ ຂອງອຸບັດຕິເຫດ ເຈົ້າໜ້າທີ່ກ່ຽວຂ້ອງ ຈະດໍາເນີນການສືບສວນຕໍ່ໄປ! ຮຽກຮ້ອງໃຫ້ປະຊາຊົນ ມີສະຕິ, ໄລຍະລັອກດາວ ກໍຂໍໃຫ້ ຢູ່ບ້ານແດ່, ແລະ ບໍ່ຄວນໃຊ້ຄວາມໄວ ເວລາຂັບລົດໃນເຂດຊຸມຊົນ.

ອຸປະຕິເຫດ ສຸກເສີນ ໂທ 1623 ຫລື 0304912875 (ສາຍຕົງ)

Author: PP

Leave a Reply

Your email address will not be published. Required fields are marked *