ເຕືອນໄພ..!! ອັນຕະລາຍຈາກການສັ່ງເຄື່ອງອອນລາຍ ສັ່ງຊື້ໄອໂຟນ ແຕ່ສີ່ງທີ່ໄດ້ມາເປັນກວດແກ້ວເກົ່າໆ

ມີໃຜຮູ້ຈັກກັບນາງສົມຄົນນີ້ ຊ່ວຍທັກມາບອກແດ່ເດີ ນາງສົມຄົນນີ້ລາວຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ ເຂດປາກຊອງລະຫານ້ຳ.

ເຫດຜົນກໍ່ຄືວ່າ :ລາວໄດ້ລົງໂຟດຂາຍໂທລະສັບ ມືຖື ຂອ້ຍເຫັນ ລາວເອົາລົງກໍ່ຄິດຢາກໄດ້ ຈີ່ງໄດ້ຖາມຊື້ໂທລະສັບນຳລາວ . ລາວກໍ່ໄດ້ຕົກລົງຂາຍໃນລາຄາ 5ແສນກີບ ນອກຈາກໄດ້ຕົກລົງຊື້ຂາຍກັນແລ້ວ ລາວໃຫ້ຂອ້ຍໂອນເງິນໄປໃຫ້ລາວກ່ອນ

ຂອ້ຍກໍ່ໄດ້ໂອນເງິນໄປໃຫ້ຕາມຈຳນວນ ທີ່ໄດ້ຕົກລົງນຳກັນ. ພາຍຫລັງໂອນເງິນໄປໃຫ້ແລ້ວ ລາວກໍ່ເອົາໂທລະສັບໄປຝາກນຳບໍລິສັດ ກຽງໄກ ສາຂາປາກຊອງ ເມືອງສອງຄອນ ແຂວງສະຫວັນນະເຂດ ໃນຕອ່ນບາຍຂອງວັນທີ່21/5/2021.

ເມື່ອມາຮອດວັນທີ່ 22/5/2021 ທາງບໍລິສັດກຽງໄກ ສາຂາທ່າແຂກ ເພິ່ນໄດ້ໂທຫາໃຫ້ຂອ້ຍໄປເອົາຂອງຝາກ ຂອ້ຍກໍ່ໄດ້ເດີນທາງ ແຕ່ເມືອງມະຫາໄຊ ເພື່ອໄປເອົາເຄື່ອງຝາກ ໄລຍະທາງ 40ກິໂລແມັດ.

ພໍໄປເຖິງບໍລິສັດກຽງໄກ ທ່າແຂກ ກໍ່ໄດ້ຮັບເອົາເຄື່ອງນຳບໍລິສັດ ມາແກະເບິ່ງໃນກັອງທີ່ລາວຝາກມາກໍ່ບັງເອີ່ນວ່າ .ທາງໃນເປັນແຄ່ ກວດ ຄາລາບາວ ເກົ່າໆ ຄືຢູ່ໃນຮູບນັ້ນລະ.

ສະນັ້ນຈີ່ງຂໍວອນໝູ່ເພື່ອນທັງຫຼາຍ ໃຫ້ລະຫວັງຜູ້ຍິງຄົນນີ້ ເພາະວ່າເປັນຄົນບໍ່ດີໃນສັງຄົມບ້ານເມືອງເຮົາ ຖ້າໃຜຮູ້ກັບລາວ.

ຊ່ວຍບອກໃຫ້ລາວ ອອກມາຮັບຜິດຊອບ ຂໍໂທດໂດຍດີສາ ເລື່ອງມັນຈະໄດ້ຈົບໄປດ້ວຍດີ

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *