ສັບພະຄຸນ..!! ທີ່ຫຼາກຫຼາຍ ຂອງຕົ້ນຢິກບໍ່ຖອງ

ຕົ້ນຢິກບໍ່ຖອງມີສັບພະຄຸນ ທີ່ຫຼາກຫຼາຍ, ສະນັ້ນຜູ້ອ່ານທຸກທ່ານຕ້ອງເກັບໄວ້ແທ້ໆ ເພື່ອເປັນບົດຮຽນໃນຊີວິດ ເພາະພືດຢານີ້ໄດ້ຮັບເປັນຢາໃນການເເພດທີ່ຖືກຕ້ອງຕາມກົດຫມາຍແລ້ວ:


ຮາກ: ຊ່ວຍບຳລຸງກຳລັງ ແລະ ບຳລຸງສະມັດຕະພາບທາງເພດ, ເຮັດໃຫ້ເລືອດໄຫຼວຽນດີ (ຮາກ, ແກ່ນ), ໃຊ້ເປັນຢາບຳລຸງກຳລັງ, ບຳລຸງຮ່າງກາຍ, ເຮັດໃຫ້ຮ່າງກາຍແຂງແຮງ, ອົດທົນ, ຊ່ວຍຫຼຸດອາການເຈັບເມື່ອຍ, ປ້ອງກັນ ແລະ ຮັກສາໄຂ້ປ່າ, ໃຊ້ເປັນຢາບຳລຸງເລືອດ, ຮັກສາຄວາມດັນເລືອດສູງ, ໃຊ້ເປັນຢາຖອນພິດທຸກຊະນິດ, ແກ້ຝີໃນທ້ອງ, ຖ່າຍພິດໄຂ້, ພິຂີ້ກະເທີ້ ແລະ ເລືອດ, ຕົ້ມດື່ມເປັນຢາແກ້ໄຂ້ທຸກຊະນິດ, ແກ້ໄຂ້ຊໍ້າເຮືອ,

ເປັນຢາຫຼຸດໄຂ້, ຊ່ວຍຂັບເຫືອ, ຊ່ວຍແກ້ພະຍາດວັນນະໂຣກ, ແກ້ກາມະໂຣກ, ຝົນກີນເປັນຢາເຮັດໃຫ້ປວດຮາກ, ເຊົາເຫຼົ້າ (ຮາກຕອງແຕກດິນ, ຮາກຕົ້ນນາງແຊ່ງ), ພອກແກ້ອາການເຈັບຫົວ, ແກ້ອາການເຈັບຄໍ, ແກ້ຕ່ອມທັອກຊິນອັກເສບ, ຮັກສາພະຍາດຄໍໃຫຍ່ (ຝົນໃສ່ນ້ຳໝາກນາວ ແລະ ເກືອທະເລ), ແກ້ລົມ, ແກ້ພິດສຳແດງ,​ ແກ້ອາການເຈັບທ້ອງ, ຖອກທ້ອງຢ່າງຮຸນແຮງ, ເຈັບກະເພາະ ຫຼື ແກ້ອາການກະເພາະອັກເສບ, ແກ້ທ້ອງໃຄ່, ແກ້ທ້ອງຖອກທ້ອງ,


ຊ່ວຍແກ້ຝີໃນທ້ອງ, ຝີໃນເອິກ, ຊ່ວຍຂັບພິດ, ແກ້ປັດສະວະຂັດ (ປະສົມກັບຮາກຜັກຕິ້ວ ແລະ ຮາກຫຍ້າແຮ້ວໜູ),​ ເພີ່ມສະມັດຕິພາບທາງເພດ, ເປັນຢາບຳລຸງກຳລັງຫຼັງເກິດລູກໃໝ່, ຊ່ວຍຂັບຖ່າຍນ້ຳເຫຼືອງ, ພອກປິດບາດແຜພຸພອງ, ແກ້ຝີ, ແຜຊຳເຮື້ອ (ຮາກປະສົມກັບນ້ຳປູນໃສ), ຮັກສາຜິວໜັງອັກເສບທີ່ເກີດຈາກການຕິດເຊື້ອ, ຊ່ວຍບັນເທົ່າຜື່ນຄັນ, ແກ້ພິດທຸກຊະນິດ, ຜິດແມງໄມ້ກັດ, ພິພາຍໃນ ແລະ ພາຍນອກ, ແກ້ອາການເຈັບຂໍ້, ເຈັບຕາມຕົນໂຕ, ແກ້ບວມ, ແກ້ບິດ, ແກ້ອາການເຈັບແອວ, ຮັກສາພະຍາດອຳມະພາດ, ແກ້ຮ້ອນໃນ, ແກ້ໄຂ້ຕົວຮ້ອນ, ແກ້ຫວັດ, ຮັກສາອາການຊັກ, ຊ່ວຍເພີ່ມພູ້ມກັນບໍ່ໃຫ້ເປັນພູມແພ້ຕ່າງໆ, ຕ້ານຈຸລັງມະເລັງ, ຕ້ານໄວຣັສ ແລະ ຂ້າເຊື້ອມາລາເລຍ.

ເປືອກຕົ້ນ:​ ຕົ້ມດື່ມເປັນຢາແກ້ໄຂ້ສັ່ນ, ແກ້ໄຂ້ສັນນິບາດ, ແກ້ໄຂ້ພິດ, ແກ້ໄຂ້ເຫືອດຫັດ, ແກ້ໄຂ້ນົກນາງແອນ ແລະ ຊ່ວຍແກ້ພິການ.

ຕົ້ນ: ຕົ້ມ ຫຼື ແຊ່ນ້ຳໄວ້ອາບແກ້ຜື່ນຄັນ.

ຂໍ້ມູນທາງແພດສາດ:

ຮາກ: ມີລິດຕ້ານເຊື້ອໄຂ້ມາລາເຣຍ, ຫຼຸດໄຂ້, ຫຼຸດນ້ຳຕານໃນເລືອດ, ຫຼຸດຄວາມກັງວົນ, ກະຕຸ້ນຄວາມຮູ້ສຶກທາງເພດ, ຕ້ານການເກີດຊີ້ນປົ່ງ ແລະ ມີສານຕ້ານການອັກເສບ, ຕ້ານການແພ້, ຕ້ານມະເຮັງ ແລະ ເຊື້ອ HIV ແລະ ກະຕຸ້ນການສ້າງຮໍໂມນເພດຊາຍ.

ສິນຄ້າ: ປັດຈຸບັນຮາກຕົ້ນຍິກບໍ່ຖອງຖືກນຳໄປສະກັດເປັນຜະລິດຕະພັນອາຫານເສີມເພີ່ມສະມັດຕະພາບທາງເພດຂອງທ່ານຊາຍແບບສຳເລັດຮູບວາງຂາຍຕາມທ້ອງຕະຫຼາຍຢ່າງກ້ວາງຂວາງທັງໃນປະເທດ ແລະ ຕ່າງປະເທດ.

ຂໍ້ຄວນລະວັງ:

– ຮາກໃຊ້ສະໝູນໄພເປັນຄັ້ງແລກແນະນຳໃຫ້ໃຊ້ໃນປະລິມານທີ່ໜ້ອຍກ່ວາ.

– ຮາກມີລົດເບື່ອເມົາເພາະສະນັ້ນການນຳໃຊ້ຕ້ອງລະມັດລະວັງ, ບາງຄົນເມື່ອກິນເຂົ້າໄປຈະເຮັດໃຫ້ມີອາການປວດເມື່ອຍ, ວຽນຫົວ ແລະ ມີໄຂ້ອ່ອນໆ. ຮາກມີອາການດັງກາວຄວນຍຸດຮັບປະທານທັນທີ ແລະ ດື່ມນ້ຳໃຫ້ຫຼາຍ.

– ການໃຊ້ເພື່ອເປັນຢາເພີ່ມສະມັດທະພາບທາງເພດນັ້ນບໍ່ຄວນກິນເກີນ 1 ກຼາມ/ວັນ, ບໍ່ຄວນໃຊ້ຕິດຕໍ່ກັນເປັນເວລາ 1 ເດືອນ. ການໃຊ້ໃນປະລິມານຫຼາຍເກີນໄປ ຫຼື ໃຊ້ຕິດຕໍ່ກັນເປັນໄລຍະເວລານານຈະເຮັດໃຫ້ເກີດຜົນຂ້າງຄຽງຂອງແອນໂຄເຈັນ ເຮັດໃຫ້ຕ່ອມລູກໝາກໃຫຍ່ ແລະ ເກີດອາການນອນບໍ່ຫຼັບ.

– ບໍ່ຄວນນຳມາດອງກັບເຫຼົ້າດື່ມເນື່ອງຈາກສະໝູນໄພຊະນິດນີ້ມີສານອິນຄາລອຍທີ່ເປັນພິດຢູ່ ແລະ ເປັນສານທີ່ສາມາດລະລາຍໄດ້ດີໃນເຫຼົ້າ.

Author: PP

Leave a Reply

Your email address will not be published. Required fields are marked *