ປະຊາສຳພັນ..!! ນາຍບ້ານແຕ່ລະບ້ານພາຍໃນເມືອງຫົງສາ ໃຫ້ຕາມຫາທ້າວ ຄຳຊຸ້ຍ ແລະ ທ້າວ ພື້ນ ມາລາຍງານຕົວຕໍ່ຄະນະສະເພາະກິດດ່ວນ(ບໍ່ຮູ້ວ່າຜູ້ກ່ຽວທັງສອງຢູ່ບ້ານໃດ)

ແຈ້ງ​ປະຊາສຳພັນ​ເຖິງ: ທ່ານ ນາຍບ້ານແຕ່ລະບ້ານພາຍໃນເມືອງຫົງສາ ປະຈຸບັນຕາມ ບົດລາຍງານຂອງຄະນະສະເພາະກິດເມືອງຊຽງຮ່ອນ ວ່າມີຄົນເມືອງຫົງສາ 2 ຄົນ ຊື່ ທ້າວ ຄຳຊຸ້ຍ ແລະ ທ້າວພື້ນ ແຕ່ບໍ່ຮູ້ວ້າຜູ້ກ່ຽວທັງສອງຢູ່ບ້ານໃດ

ພວກກ່ຽວໄດ້ຂີ່ລົດຄົນງານສວນກ້ວຍຈີນມາແຕ່ເມືອງພຽງ ແລ້ວລົງຊື້ໝາກໄມ້ຢູ່ຕະຫຼາດເມືອງຫົງສາ ໃນວັນທີ 22 ພຶດສະພາ 2021 ນີ້, ຫຼັງຈາກນັ້ນ ໄປທາງໃດບໍ່ຊາບ,

ຖ້າແມ່ນພົນລະເມືອງບ້ານໃດໃຫ້ນຳສົ່ງພວກກ່ຽວເຂົ້າລາຍງານຕົວນຳຄະນະສະເພາະກິດຂັ້ນເມືອງດ່ວນ, ຫລືພວກກ່ຽວທັງສອງຮູ້ວ່າຕົນເອງສຳຜັດໃກ້ສິດກັບກໍລະນີທີ່ 6 ຂອງ​ເມືອງ​ປາກແບງໃຫ້ເຂົ້າມາລາຍງານຕົວນຳຄະນະສະເພາະກິດເມືອງຫົງສາ

ສະຖານທີ່ລາຍງານຕົວຢູ່​ທີ່​ໂຮງ​ຮຽນ​ປະ​ຖົມ​ສົມ​ບູນ​ຫົງ​ສາ​ຫລັງເກົ່າຕໍ່ຫນ້າຕະຫລາດເມືອງຫົງສາ.

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *