ປກສ ນະຄອນຫຼວງວຽງຈັນ ກັກຕົວໄວໜຸ່ມ 7 ຄົນ ທີ່ກຳລັງພາກັນຊຸມແຊວຢູ່ຫ້ອງແຖວ ເຂດບ້ານໜອງທາເໜືອ

ໃວໜຸ່ມຊຸມແຊວກັນຢູ່ຫ້ອງແຖວ ເຂດບ້ານໜອງທາ ຖືກນຳໄປກວດຫາເຊື້ອ ແລະ ສົ່ງເຂົ້າສຸນກັກກັນບໍລິເວນ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 25 ພຶດສະພາ 2021 ໄດ້ກັກຕົວໄວໜຸ່ມຈຳນວນ 7 ຄົນ, ຍິງ 3 ຄົນ ກຳລັງຊຸມແຊວກັນພ້ອມ ເປີດເພງສຽງດັງຢູ່ຫ້ອງແຖວ ບ້ານໜອງທາເໜືອ ຮ່ອມ 7 ເພື່ອສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກໄວ້ ພ້ອມທັງນຳສົ່ງພວກກ່ຽວເຂົ້າໄປສູນກັກກັນ ໂຮງຮຽນເລກ 9 ເມືອງຈັນທະບູລີ ນວ ຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນຊາ ນວ

ເພື່ອກວດກາຫາເຊື້ອພະຍາດ ຖ້າພົບວ່າການກະທຳຂອງພວກກ່ຽວເປັນສາເຫດ ແມ່ນຈະໃຫ້ຮັບຜິດຊອບຜົນເສຍຫາຍທີ່ເກີດຂຶ້ນ ແລະ ມີຄວາມຮັບຜິດຊອບທາງອາຍາ ຕາມປະມວນກົດໝາຍໄດ້ກຳນົດໄວ້ ເພາະເປັນການລະເມີດແຈ້ງການ ເລກທີ 02/ຈນວ.

Author: PP

Leave a Reply

Your email address will not be published. Required fields are marked *