ຈັບໄດ້ທັນຄວັນ..!! ຜູ້ທີ່ລົງມືກໍ່ເຫດຄາດຕະກຳ 2 ແມ່ເຖົ້າ ທີ່ເມືອງຊະນະສົມບູນ ແຂວງຈຳປາສັກ

ວັນທີ 26/5/2021 ຈັບໄດ້ແລ້ວຄົນທີ່ລົງມືຄາດຕະກຳ 2 ແມ່ເຖົ້າທີ່ ບ້ານນາຊອນ ເມືອງຊະນະສົມບູນ ລາຍລະອຽດເຈົ້າໜ້າທີ່ຍັງສອບສວນ ສືບສວນຢູ່.

ຂ່າວກ່ອນໜ້ານີ້ ຈາກຜູ້ໃຊ້ເຟສບຸກຄົນໜື່ງໄດ້ໂພສວ່າ: “ເຫດຄາດຕະກຳໂຫດ ຢູ່ ແຂວງຈຳປາສັກ ວັນທີ 24/5/2021 ຂອງຕອນເຊົ້າວັນຈັນມື້ນີ້ ໄດ້ເກິດເຫດຄາດຕະກຳຂ້າປາດຄໍ ທຸບຫົວເສຍຊີວິດ 2 ສົບ ທີ່ ບ້ານນາຊອນ ເມືອງຊະນະສົມບູນ ແຂວງຈຳປາສັກ

.

ຈິດໃຈເຮັດດ້ວຍອີ່ຫຍັງເດນໍ 2 ເຖົ້າເຂົາຢູ່ນຳກັນດີໆ ກໍ່ໄປເຮັດເຂົາເຈົ້າ ເບິດເວນເບິດກຳເຈົ້າແລ້ວ ໄປເປັນນາງຟ້າຢູ່ສະຫວັນພຸ້ນເດີ ແມ່ໄຫ່ຍແກ້ວ ແມ່ໄຫ່ຍຄຳຮູ້ ມັນເຮັດໄດ້ຈັງໃດຕໍ່ໜ້າ ຮ້ານພະ ມັນກະຍັງເຮັດລົງໄດ້ ມັນບໍ່ຢ້ານບາບຢ້ານບຸນຫຍັງເລີຍ

ຕອນນີ້ຍັງບໍ່ທັນຮູ້ຜູ້ກໍເຫດຄາດຕະກຳ 2 ເຖົ້ານີ້ເທຶ່ອ, ຕຳຫລວດກຳລັງສຶບສວນແລະສັນນະສູດສົບ”

.

Author: PP

Leave a Reply

Your email address will not be published. Required fields are marked *