
ຄົນເຮົາເລືອກເກີດບໍ່ໄດ້ ແລະ ໃນໂລກນີ້ກໍ່ຍັງມີຫຼາຍຄົນທີ່ທຸກກວ່າເຮົາ
ແຕ່ພວກເຮົາກໍ່ບໍ່ເຄີຍຍອມແພ້ຕໍ່ໂຊກຊະຕາ ແລະ ແອັດເຊື່ອວ່າໃຜທີ່ກຳລັງທໍ້ ໝົດຫວັງຖ້າໄດ້ເຫັນພາບນີ້ແລ້ວ
ເຊື່ອວ່າຫຼາຍຄົນຄົງຈະມີກຳລັງໃຈໃນການສູ້ຊີວິດເພື່ອຈະມີຊີວິດທີ່ດີຂື້ນ ເພາະຂະຫນາດຊາຍຄົນນີ້ພິການແຂນລາວຍັງສູ້ຊີວິດ ແລ້ວເຮົາທຸກຄົນແດ່ທີ່ມີຄົບ 32 ປະການຈະຍັງລໍຖ້າບຸນາດສະຫນາ ຫຼື ລໍຖ້າຄວາມຊ່ວຍເຫຼືອຈາກຄົນອື່ນອີກບໍ
ຢາກໃຫ້ທ່ານສົ່ງເສີມ ສະໜັບສະໜຸນນ້ອງຊາຍຄົນນີ້ ທ້າວ ສີວັນ ສີບຸນເຮືອງ (ວັນ) ອາຍຸ 24ປີ ຢູ່ບ້ານຕານມີໄຊ, ເມືອງໄຊທານີ ນະຄອນຫຼວງວຽງຈັນ
ເກີດອຸບັດຕິເຫດ ໄຟຟ້າຊັອດ ຂະນະເຮັດວຽກຊ່ວຍພໍ່ ເຮັດໃຫ້ສູນເສຍແຂນທັງສອງເບື້ອງ ໃນປີ 2012 ແຕ່ນ້ອງກໍ່ສູ້ຊົນ ຫາລ້ຽງຊີບດ້ວຍການແຕ້ມູຮບ ເພັ້ນເກີບ, ແຕ້ມຮູບເໝືອນ, ຮູບເອ້ປະດັບເຮືອນ ເປັນຂອງຂວັນ ນ້ອງແຕ້ມໄດ້ໝົດ ຊ່ວຍສະໜັບສະໜຸນ ໃຫ້ຜົນງານອັນມີຄ່າຂອງນ້ອງດ້ວຍ
ສົນໃຈຕິດຕໍ່ :Facebook : Vanh LikeDrawing ໂທ : 020 55295360
.
.
.
.