
ຂ່າວດີ ທຶນຮຽນຟຣີ ມີຈຳນວນຈຳກັດ ສະຫມັກກ່ອນມີໂອກາດກ່ອນ ມາຮອດແລ້ວ ! ໃຜທີ່ສົນໃຈຮຽນແທ້ໆໃຫ້. ສະຫມັກທາງອອນລາຍ ໂດຍຖ່າຍຮູບໃບປະກາດປະຖົມ ແລະ ສຳມະໂນຄົວມາກ່ອນ ທີ່ເບີ ວອດແອັບ 02098009636 ,02056926608, 02054877037, 02056328671 ແລະ ອີເມວ E-mail: bouavanhpmc@gmail.com
ໃນວັນທີ່02/6/2021 ຈຶ່ງນຳເອກະສານແທ້ ທັງຫມົດທີ່ໃຫ້ປະກອບຕາມຂ້າງລຸ່ມມາສົ່ງ ອີງຕາມຄຳສັ່ງໃຫ້ເປີດຮຽນ ສະຫນັບສະຫນູນໂດຍ ໂຄງການລາວ029
ສະຫມັກໄດ້ແຕ່ວັນທີ 20.5.2021 ຫາ 24.06.2021 ນີ້ເທົ່ານັ້ນ. ໂອກາດດີໆບໍ່ມີຕະຫລອດ ປິດຮັບວັນທີ 24.06.2021 ມາແຕ່ໂຕແລະຫົວໃຈ ຢາກເຮັດວຽກໃນອາຊີບນີ້ແທ້ ເຮົາຍິນດີຊ່ວຍທຸກທ່ານທີ່ຕ້ອງການໂອກາດ
ສາຂາ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ ຮຽນໄລຍະ3ເດືອນ ຈົບໄປໄດ້ໃບປະກາດຊັ້ນຕົ້ນ ຮຽນຫມົດມື້ແຕ່ເຊົ້າ ຫາ ຄໍ່າ.
ເອກະສານປະກອບການຮຽນ
1. ໃບປະກາດປະຖົມ ຕ້ອງກົງກັນກັບສຳມະໂນຄົວ ກ໋ອບປີ້ສີ 2ໃບ.
2. ໃບຢັ້ງຢືນທີ່ຢູ່ 2ໃບ
3. ສຳເນົາສຳມະໂນຄົວກ໋ອບປີ້ສີ 3ຊຸດ
4. ໃບຢັ້ງຢືນສະຖານະເສດຖະກິດຄອບຄົວ 2 ໃບ.
5. ຮູບຖ່າຍຂະຫນາດ 3×4 6ໃບ
ເງື່ອນໄຂຜູ້ສະຫມັກຮຽນທຶນ
ສຳລັບນັກຮຽນປະຖົມ ທີ່ບໍ່ຈົບມັດທະຍົມຕົ້ນ ອາຍຸ 18-30 ປີ.
-ຄອບຄົວຂາດເຂີນທຶນສົ່ງເສີມການຮຽນ
-ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ
-ມີພາຫະນະທຽວການ (ຢໍ້າຕ້ອງມີພາຫະນະເພື່ອໃຊ້ໄປເຮັດວຽກຫລັງຮຽນຈົບ )
–ສຸຂະພາບຕ້ອງແຂງແຮງສົມບູນ ແລະ ບໍ່ມີພະຍາດຕິດຕໍ່ຊໍ່າເຮື້ອ
–ສິ່ງທີ່ຜູ້ຮຽນຈະໄດ້ຮັບ
-ມີເບັ້ຍລ້ຽງ 800.000/ເດືອນ
–ອຸປະກອນປະກອບການຮຽນຟຣີ
–ມີປະກັນສຸຂະພາບ ໄລຍະຮຽນເຈັບເປັນບໍ່ຕ້ອງເສຍຄ່າ.
–ຄ່າເດີນທາງ 2 ຄັ້ງໃນໄລຍະການຮຽນ
–ຫໍພັກຟຣີ
-ທຸກຄົນຕ້ອງນອນຫໍພັກເພາະເຮົາມີສອນອັງກິດພາກຄໍ່າໃຫ້
–ເຄື່ອງບ່ອນນອນ1ຊຸດ
–ເຄື່ອງແບບ 2 ຊຸດ
ພິເສດມີສອນພາສາອັງກິດທົ່ວໄປແລະວິຊາສະເພາະໃຫ້ພາກຄໍ່າ ສຳລັບທ່ານໃດສົນໃຈຕິດຕໍ່ເອົາໃບສະຫມັກໄດ້ທີ່ຫ້ອງການວິທະຍາໄລ ວຽງຈັນພັດທະນາອາຊີບ ບ້ານດົງປ່າແຫລບ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໂທ 021540545 ແລະ 021261566