
ວັນທີ 25 ພຶດສະພາ 2021 ທີ່ຜ່ານມາ ໄດ້ມີລູກຄ້າ ໂພສຂໍ້ຄວາມກ່ຽວກັບ ຄ່າໄຟຟ້າແພງ ຢາກໃຫ້ລັດວິສາຫະກິດໄຟຟ້າລາວ ຄິດໄລ່ລາຄາໄຟແບບເກົ່າ. ໂດຍຜູ້ໂພສອອກຊື່ Korrada Leeok.
ດັ່ງນັ້ນ, ທາງທີມງານຮັບຜິດຊອບຂອງລັດວິສາຫະກິດໄຟຟ້າລາວ ໄດ້ລົງໄປກວດສອບຂໍ້ມູນຄວາມຈິງເພື່ອ ແກ້ໄຂບັນຫາທີ່ເກີດຂື້ນພ້ອມອະທິບາຍໃຫ້ລູກຄ້າໃຫ້ເຂົ້າໃຈກ່ຽວກັບບັນຫາດັ່ງກ່າວ, ພ້ອມເຮັດບົດບັນທຶກຄວາມເຂົ້າໃຈ ພາຍຫລັງທີ່ລູກຄ້າຄົນໄດ້ດັ່ງກ່າວໄດ້ເຂົ້າໃຈຕໍ່ບັນຫາແລ້ວຜູ້ກ່ຽວກໍ່ໄດ້ລົບໂພສຂອງຕົນທີ່ໄດ້ກ່າວໄປນັ້ນອອກຈາກ Facebook ແລະ ຂໍໂທດຕໍ່ທີມງານທີ່ໄດ້ລົງໄປອະທິບາຍ ເຊິ່ງມີຄວາມເຂົ້າໃຈຜິດ ແລະ ເຮັດໃຫ້ສັງຄົມເຂົ້າໃຈຜິດອີກດ້ວຍ.
ທຸກບັນຫາທີ່ກ່ຽວກັບໄຟຟ້າຫາກທ່ານບໍ່ເຂົ້າໃຈ ຫລື ເຫັນການກະທຳທີ່ບໍ່ເຫມາະສົມຂອງພະນັກງານໄຟຟ້າລາວ ທ່ານສາມາດໂທແຈ້ງສາຍດ່ວນ 1199 ຫລື ເຂົ້າໄປສູນບໍລິການໄກ້ບ້ານທ່ານ. Cr: ຟຟລ.