
ຂໍ້ມູນຂອງຜູ້ເສຍຊີວິດຍ້ອນໂຄວິດ-19 ກໍລະນີທີ່ 3 ຂອງ ສປປລາວ
- ເປັນເພດຊາຍ ອາຍຸ 74 ປີ ຊື່ ພໍ່ຕູ້ ບຸນມາ ສີສົມບັດ ຢູ່ບ້ານ ຝາຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ
- ອາຊີບ ຄ້າຂາຍ
- ເຂົ້າມາກວດຢູ່ໂຮງໝໍມະໂຫສົດ ໃນວັນທີ່ 11 ພຶດສະພາ 2021 ດ້ວຍອາການລະບົບຫາຍໃຈຮຸນແຮງ ໂດຍບໍ່ຮູ້ແຫຼງທີ່ມາຂອງການຕິດເຊື້ອພະບາດໂຄວິດ-19 ພາຍຫຼັງກວດພົບເຊື້ອພະຍາດໂຄດວິດ ຈີ່ງຖືກນຳສົ່ງໄປປີ່ນປົວຢູ່ໂຮງໝໍມິດຕະພາບ
- ຜູ້ກ່ຽວມີພະຍາດປະຈຳຕົວຄື: ຄວາມດັນເລືອດສູງ ແລະ ພະຍາດເບົາຫວານ (ບໍ່ໂໄດ້ກວດສຸຂະພາບຢ່າງເປັນປະຈຳ)
- ຜູ້ກ່ຽວໄດ້ເສຍຊີວິດໃນເວລາ 6:00 ໂມງເຊົ້າ ຂອງວັນທີ່ 28 ພຶດສະພາ 2021 ເນື່ອງຈາກຜູ້ກ່ຽວມີອາການຊຸດໂຊມລົງເລື້ອຍໆ