
ເທັກນິກການບັງຄັບໝາກນັດໃຫ້ອອກຜົນໜ່ວຍໃຫຍ່ນ້ຳໜັກດີ ລົດຊາດຫວານສ່ຳ ວິທີການນີ້ເຮົາຈະໃຊ້ແກສ໌ທີ່ມີລັກສະນະເປັນເມັດສາມາດຫາຊື້ໄດ້ຕາມຮ້ານຂາຍອຸປະກອນການກະເສດທົ່ວໄປ
ມາຢອດໃນຊ່ອງຍອດຂອງໃບເພື່ອເລັ່ງການອອກຜົນຂອງໝາກນັດ ຊ່ວງເວລາໃນການຍອດຄື ຊ່ວງເຊົ້າ-ພາກຄ່ຳ ຖ້າຈະໃຫ້ດີຕ້ອງຕອນກາງຄືນເພາະຕອນກລາງຄືນຈະມີນ້ຳເກາະທີ່ຊ່ອງຂອງຍອດໃບ ເມື່ອແກສ໌ເຈີກັບນ້ຳຈະເລັ່ງການເຮັດປະຕິກິລິຍາຂອງແກສ໌ໃຫ້ມີປະສິດທິພາບດີຫລາຍຂຶ້ນ
ຂັ້ນຕອນການເຮັດ
1.ເທແກສ໌ທີ່ເຮົາຊື້ມາລົງໃນຖັງ
2.ກໍ່ການຢອດແກສ໌ລົງໄປໃນຍອດຂອງໝາກນັດໂດຍປະລິມານທີເຮົາຢີບໄດ້1ກຳມືເທົ່ານັ້ນໃນການຫົດໃນແຕ່ລະຢອດລົງໄປໃນຍອດໝາກນັດ
3.ຫຼັງຈາກການຢອດແລ້ວຈະມີຟອງຂອງແກສ໌ຟຸ້ງຂຶ້ນມາ
4.ຊ່ວງໄລຍະເວລາໃນການຢອດ 3 ເທື່ອ ແຕ່ລະເທື່ອຫ່າງກັນ 7 ມື້ ແລະທີ່ສຳຄັນຕ້ອງເບິ່ງຄວາມສົມບູນຂອງຕົ້ນຖ້າຕົ້ນສົມບູນນ້ອຍກໍໃສ່ພຽງ 2 ເທື່ອກໍພໍ ຖ້າຕົ້ນສົມບູນແຂງແຮງກໍຈະເຮັດ 3 ເທື່ອໄປ ປະມານ 15 ມື້ ຜົນກໍຈະເລີ່ມໂຜ່ນອອກມາຈາກກໍເລີຍ ທ່ານໃດທີ່ກຳລັງປູກໝາກນັດລອງນຳເທັກນິກນີ້ໄປປັບໃຊ້ກັບສວນຫຼືໄຮ່ໝາກນັດຂອງທ່ານໄດ້