
ຜູ້ໃຊ້ເຟສບຸກຊື່ J’jouny Ssb ໂພສວ່າ: ເຫັນແລ້ວກະນ້ຳຕາໄຫຼຊີວິດຄົນເລືອກເກີດບໍ່ໄດ້ແຕ່ເຮົາເລືອກທີ່ຊິສູ້ໄດ້
ເລື່ອງມີຢູ່ວ່າ:ໃນຕອນເຊົ້າຂອງມື້ນີ້ຂ້ອຍໄດ້ເຝົ້າຮ້ານຕາມປົກກະຕິແລ້ວມີຜູ້ຊາຍຄົນຫນື່ງເຊີ່ງເບີ່ງສະພາບລວມແລ້ວລາວກະບໍ່ສົມປະກອບປານໃດເປັນຄົນພິການເວົ້າບໍ່ໄດ້ລາວໄດ້ຍ່າງເຂົ້າມາຮ້ານຂ້ອຍພ້ອມທັງສະແດງທ່າທີອາການທີ່ຫິວເຂົ້າແຕ່ລາວເວົ້າບໍ່ໄດ້ໄດ້ແຕ່ສະແດງທ່າທີຂ້ອຍເລີຍຖາມວ່າຫິວເຂົ້າຫວາ ລາວກະງຶກຫົວ
ແລ້ວຂ້ອຍກະໄປຕົ້ມຫມີ່ໃຫ້ລາວຖ້ວຍຫນື່ງພ້ອມນ້ຳຕຸກຫນື່ງພໍແຕ່ລາວກິນແລ້ວລາວກະຊອກຈົກເງິນອອກມາຈ່າຍເຫັນລາວຈົກເງິນອອກມາມີໃບຫ້າພັນລະພັນກີບລວມໆແລ້ວປະມາຊາວປາຍພັນລາວໄດ້ຍື້ນເງິນໃຫ້ຂ້ອຍສິບພັນຂ້ອຍກະເລີຍຕອບລາວວ່າໄດ້ແລ້ວເຈົ້າເອົາໄວ້ໂລດລາວກະກົ້ມຫົວແລ້ວຍ່າງອອກໄປ
ເລື່ອງນີ້ສອນໃຫ້ຮູ້ວ່າເຖິງເຮົາຊິເລືອກເກີດບໍ່ໄດ້ແຕ່ເລືອກທີ່ຊິສູ້ໄດ້ຄືຊາຍຄົນນີ້ລາວບໍ່ສົມປະກອບລາວຍັງຊອກຫາເກັບເຫລັກເກັບກະປ່ອງເພື່ອລ້ຽງຊີບລາວບາວບໍໄດ້ແບມືເລາະຂໍໃຜລາວສູ້ເພື່ອລ້ຽງຊີວິດໂຕເອງສູ້ຈົນເຖິງບັ້ນທ້າຍຂອງຊີວິດ ລະເຮົາເດ້ສົມປະກອບທຸກຢ່າງເຮົາກະຕ້ອງສູ້ຄິດຫາຄົນທີ່ດ້ອຍກວ່າເຮົາເຂົາຍັງສູ້ໄດ້
ໃຜເຫັນລາວຍ່າງກາຍກະເອົາເຂົ້າເອົານ້ຳໃຫ້ລາວກິນແດ່
ຢູ່ເຂດບ້ານ ທ່ານາສາ ເມືອງສັງທອງ ນະຄອນຫຼວງວຽງຈັນ
(ຄຣິບ):
ທີ່ມາ: