ເກີດເຫດ..!! ເຮືອນສອງຊັ້ນຖະຫຼົ່ມທັບ 3 ອ້າຍນ້ອງເສຍຊີວິດ ທີ່ແຂວງອຸດົມໄຊ

ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເກີດເຫດສະຫຼົດໃຈ ເຮືອນສອງຊັ້ນ ຖະຫຼົ່ມ ທັບຄົນເສຍຊີວິດ 3 ຄົນ.

ຈຸດເກີດເຫດ ແມ່ນບ້ານໂພນໂຮມ ກໍນ້ອຍ ເມືອງໄຊ ແຂວງອຸດົມໄຊ. ວັນທີ 28 ພຶດສະພາ 2021 ຈາກຂໍ້ມູນໃຫ້ຮູ້ວ່າ ຄົນເສຍຊີວິດ ທັງສາມ ແມ່ນ 3 ອ້າຍນ້ອງ ພໍ່ແມ່ດຽວກັນ. ທັງສາມແມ່ນກໍາລັງແປງເຮືອນ ແລ້ວ ເຮືອນໄດ້ຖະຫຼົ່ມ ທັບຈົນເສຍຊີວິດ.

ປະຊາຊົນຕ້ອງໄດ້ໃຊ້ລົດກົນຈັກມາຊ່ວຍກູ້ເອົາທັງສາມ ຈາກຊາກເຮືອນ. ສ່ວນສາເຫດຂອງເຮືອນຖະຫຼົ່ມ ເຈົ້າໜ້າທີ່ຍັງກວດສອບ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.

(ຄຣິບ):

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *