
ວັກຊີນຟາຍເຊີ (Pfizer BioNTech) ໄດ້ມາຮອດ ສປປ ລາວ ແລ້ວໃນມື້ນີ້ ວັນທີ່ 2 ມິຖຸນາ 2021
ເປັນວັກຊີນກັນພະຍາດໂຄວິດ-19 ຊຸດໃໝ່ຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility) ເຊິ່ງປະກອບມີວັກຊີນຟາຍເຊີ (Pfizer BioNTech) ຈຳນວນ 100.620 ໂດສ.
ວັກຊີນຊຸດດັ່ງກ່າວເເມ່ນສໍາລັບປະຊາກອນຈຳນວນ 50.300 ຄົນ ທີ່ມີອາຍຸ 60 ປີຂຶ້ນໄປ ແລະ ເປັນພະຍາດຊໍ້າເຮື້ອ.
ວັກຊີນຊຸດໃໝ່ນີ້ ເເມ່ນຈະຊ່ວຍລັດຖະບານແຫ່ງ ສປປ ລາວ ບັນລຸເປົ້າໝາຍການສັກວັກຊີນກັນພະຍາດໂຄວິດ-19 ໃຫ້ແກ່ປະຊາກອນຈໍານວນ 50% ພາຍໃນປີ 2021. ລັດຖະບານແຫ່ງ ສປປ ລາວ ໄດ້ເສີມສ້າງຄວາມສາມາດຂອງລະບົບຄວາມເຢັນພິເສດໃນປະເທດໃຫ້ສາມາດຮອງຮັບວັກຊີນຟາຍເຊີ, ທີ່ຕ້ອງເກັບຮັກສາໃນອຸນຫະພູມເຢັນເຖິງ ລົບ 70 ອົງສາເຊນຊຽດ ເພື່ອຮັກສາປະສິດທິພາບຂອງວັກຊີນ.
ທີ່ມາ: