ບັນຍາກາດ.. ບວງສວງ ພະຍານາກ ທີ່ວັດທົ່ງທາດ

ໃນຕອນເຊົ້າວັນທີ 7 ກຸມພາ 2021 ທີ່ວັດທົ່ງທາດ, ບ້ານຫ້ອມໃຕ້, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ເຈົ້າຂອງແບຣນວີນາ ໄດ້ຈັດພິທີຟ້ອນບວງສວງພະຍານາກ ມີບັນດານາງລຳກວ່າ 20 ຄົນ

ເພື່ອເອົາເລິກເອົາໄຊ ພ້ອມເປີດໂຕຜະລິດຕະພັນໃໝ່ VENA L-Sub ໂດຍມີຄອບຄົວ, ບັນດາຕົວແທນ, ແຟນຄັບຂອງສາວວີນາ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ນາງ ສຸລິປາວັນ ສຸວັນນະລາດ ຫຼື ວີນາ ເຈົ້າຂອງຜະລິດຕະພັນ ຫຼື ແບຣນວີນາ ກ່າວວ່າ: ການຈັດງານພິທີຟ້ອນບວງສວງພະຍານາກ ໃນຄັ້ງນີ້ແມ່ນເພື່ອໃຫ້ເປັນສິຣິມົງຄຸນແກ່ແບຣນ ເນື່ອງຈາກຕົນເອງກໍ່ມີຄວາມເຊື້ອ ແລະ ນັບຖືເລື່ອງພະຍານາກຢູ່ແລ້ວ

ເຊິ່ງກິດຈະກຳພາຍໃນງານນອກຈາກການຟ້ອນບວງສວງພະຍານາກ ນຳທີມຟ້ອນໂດຍ ວີນາ ແລະ ບັນດານາງຟ້ອນກວ່າ 20 ຄົນ ທີ່ອອກມາລຳກັນຢ່າງໜ້າອ່ອນຊ້ອນ, ສວຍສົດ ງົດງາມແລ້ວນັ້ນ,

ວີນາ ຍັງໄດ້ຮ່ວມສົມທົບທຶນສ້າງວັດ ແລະ ຈັດໂຮງທານ ເພື່ອແຈກຈ່າຍອາຫານໃຫ້ແກ່ຜູ້ມາຮ່ວມງານປະຊາຊົນທີ່ໄປຮ່ວມງານໄດ້ຮັບປະທານ.

 


ໃນພິທີ ວີນາ ຍັງໄດ້ມີການປ່ອຍນົກ, ປ່ອຍປາ ເພື່ອເປັນເສີມດວງ, ເສີມຊະຕາໃຫ້ກັບແບຣນ ເຊິ່ງທີ່ເປັນໄຮໄລສຸດພິເສດໃນງານທີ່ວີນາໄດ້ຈັດກຽມໄວ້ໃຫ້ກັບຕົວແທນຄື:

ການເສີມມະຫາຊັບ, ມະຫາສະເໜ່ ໃຫ້ກັບຕົວແທນ ຈາກຄູບາ ເພື່ອຄວາມເປັງ, ຄວາມເຮັງ, ຄວາມລວຍ ຂອງຕົວແທນທຸກ

Author: PP

Leave a Reply

Your email address will not be published. Required fields are marked *