ປະຊາຊົນຜູ້ຊົມໃຊ້ໄຟຟ້າ ຂໍມີບາງຄວາມຄິດເຫັນ ໃບແຈ້ງຄ່າໄຟຟ້າເດືອນ 5

ນີ້​ ແມ່ນໃບແຈ້ງຄ່າໄຟຟ້າ​ ປະຈຳເດືອນ​ 5/2021​ ເຮືອນຂອງຂ້າພະເຈົ້າເອງ.​ ຈາກໃບແຈ້ງຄ່າໄຟຟ້າເດືອນ5/21​ນີ້, ຂ້າພະເຈົ້າ​ ຂໍມີບາງຄວາມຄິດເຫັນ ດັ່ງນີ້: 1. ພະລັງງານໄຟຟ້າ​ລວມ​ທີ່ໃຊ້ໃນເດືອນ ແມ່ນ​ 875kwh, ໂດຍໄດ້ແບ່ງການຄິດໄລ່ລາຄາ ອອກເປັນ 6ຂັ້ນຕອນ ຫລື​ 6ລາຄາ ດ້ວຍກັນ​ ຄື: ແຕ່​ 1kwh-500kwh ແມ່ນມີ​ 5ລາຄາແລະແຕ່ 501kwh ຂຶ້ນເມືອ ແມ່ນ​ 1.019 ກີບ/1kwh.​ລາຄາສະເລ່ຍ​ ທັງ6ຂັ້ນ​ ຫລື​ 6ລາຄາ​ ແມ່ນ​748,83ກີບ/1kwh. 2. ສ່ວນຫລຸດ​ 3% ເທົ່າກັບ​23.298 ກີບ/ເດືອນນັ້ນ,ເຫັນວ່າ​ຕຳ່​ຫລາຍ, ບໍ່ກຸ້ມຄ່າເຝີ 1ຖ້ວຍຊຳ້… 3. ສ່ວນເງິນຄ່າບຳລຸງຮັກສາ ຈຳນວນ​ 22.400 ກີບ​ ແລະເງິນອາກອນມູນຄ່າເພີ້ມ 10% ຈຳນວນ​ 75.330 ກີບນັ້ນ​ ກໍ່ ເປັນໜ້າສົນໃຈທີ່ສຸດ… 4. ຈາກ​ 3ຂໍ້​ ທີ່ໄດ້ກ່າວມາຂ້າງເທິງ,​ຂ້າພະເຈົ້າ​ຂໍມີບາງຄວາມເຫັນ​ ຝາກໄປເຖິງ ທ່ານ​ການນຳຂັ້ນສູງຂອງລັດຖະບານແລະທ່ານ ຜອ ລັດວິສາຫະກິດໄຟຟ້າລາວ​ ດັ່ງນີ້: 4.1​ ການທີ່ໄຟຟ້າລາວກຳນົດໃຫ້ມີ 6ຂັ້ນ​ຫລື6ລາຄາ​

​ເພື່ອຄິດໄລ່ຄ່າກະແສໄຟຟ້າ ປະຈຳເດືອນ​ນັ້ນ​ ແມ່ນ(ອາດຈະບໍ່ເໝາະສົມ​ ເທົ່າທີ່ຄວນ),​ຍ້ອນວ່າ​ ມັນມີຫລາຍຂັ້ນແລະມີຫລາຍລາຄາໂພດ,​ສ້າງຄວາມຫຍຸ້ງຍາກ,​ທັງເປັນຊ່ອງຫວ່າງໃຫ້ພະນັກງານບໍລິສັດໄຟຟ້າ​ ແລະ​ ຍັງເປັນການສ້າງຄວາມສັບສົນໃຫ້ແກ່ຜູ້ຊົມໃຊ້ໄຟຟ້າ​ ຕື່ມອີກ.​ ສະນັ້ນ​ ຄວນກຳນົດໃຫ້ມີ(ລາຄາດຽວ​ ເປັນເອກະພາບກັນໃນທົ່ວປະເທດ “ຜູ້ໃດໃຊ້ໄຟຟ້າໜ້ອຍ​ ກໍ່ຈ່າຍເງິນໜ້ອຍ,​ແຕ່​ ຖ້າວ່າຜູ້ໃດ​ໃຊ້ໄຟຟ້າ​ຫລາຍ​ ກໍ່​ຈ່າຍເງິນ​ຫລາຍ”.​ ຖ້າວ່າ​ ລາຄາດຽວ,​ສັງຄົມອາດຈະໄດ້ໃຊ້ໄຟຟ້າຖືກລົງ,​ຄືລາຄາຫົວໜ່ວຍຄ່າກະແສໄຟຟ້າ ໃນເດືອນ​ແມ່ນປະມານ​550 ກີບ​-​650​ ກີບ/1kwh) 4.2​ ຄຳວ່າ: (ຄ່າບຳລຸງຮັກສາ)​ ແມ່ນບຳລຸງຮັກສາຫຍັງແດ່?,​ ເພາະວ່າ:ໜ່ວຍນັບກະແສໄຟຟ້າ(ກົງເຕີ)​ແມ່ນຜູ້ໃຊ້ໄຟຟ້າເປັນຜູ້ຊື້ແລະຈ່າຍຄ່າສ້ອມແປງເອົາເອງທັງໝົດ…​ 4.3 ສ່ວນຫລຸດ​ລວມ​ 3% ຕໍ່ເດືອນ​ນັ້ນ,ເຫັນວ່າຕຳ່ຫລາຍ, ດັ່ງນັ້ນ​ ຄວາມເໝາະສົມແມ່ນຄວນຢູ່ໃນລະດັບ 9%-10% ຕໍ່ເດືອນ… 4.4.​ອາກອນມູນຄ່າເພີ້ມ 10% ເຫັນວ່າສູງຫລາຍ,​ຄວາມເໝາະສົມ ຄວນ​ຢູ່ໃນ​ລະດັບ​ 5%… * ທັງໝົດທີ່ໄດ້ກ່າວມານັ້ນ ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງໄດ້​ນຳເອົາໄປພິຈາລະນາ​ດ້ວຍ.​ຜ່ານມາ,​ຂ້າພະເຈົ້າກໍ່ເຄີຍໄດ້ມີຄວາມເຫັນກ່ຽວກັບຄ່າໄຟຟ້າ ມາແລ້ວ​ຫລາຍໆຄັ້ງ… * ໝາຍເຫດ: ຄ່າໄຟຟ້າ​ ປະຈຳເດືອນ​ 5/2021ທີ່ເຮືອນຂອງທ່ານເດ໋​ ເປັນແນວໃດ​?!? …

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *