ຖືພາ 2 ເດືອນ ຖືກຜົວຕີຈົນແທ້ງລູກ ແລະ ອາການຊຸດໜັກຈົນເສຍຊີວິດ

ຂໍຄວາມຊວຍເຫຼືອນຳຊາວເຟສບຸກທີ່ມີນ້ຳໃຈສັດທາ ເອື້ອຍຂ້າພະເຈົ້າ ແລະ ຫຼານເອື້ອຍຄີງໆຂອງຂ້ອຍໄດ້ຖຶກເຄາະຮາຍຜົວຕີໃນວັນທີ່ 27 ພຶດສະພາ 2021

ຕົກມາຮອດວັນທີ່ 30 ພຶດສະພາ 2021 ອາການຫນັກແມ່ຂອງຂ້ອຍຈຶ່ງພາມາປິ່ນປົວຢູໂຮງຫມໍແຂວງບໍ່ແກ້ວຜູ້ກ່ຽວກະມີລູກນ້ອຍໃນທອງ 2 ເດືອນ.

ມາຮອດວັນທີ່ 31/5/2021 ແຕ່ອາການບໍ່ດີຂື້ນມີແຕ່ສຸດລົງເລື່ອຍໆ

ເຊີ່ງວັນທີ່ 2/6/2021 ເວລາປະມານ 11:10 ນາທີ ເອື້ອຍຂ້ອຍໄດ້ເສຍຊີວິດ ທາງພີ່ນ້ອງພໍ່ແມ່ກໍ່ຂາດເຂີນເງີນຄຳໃນການເຮັດສົບເພິ່ນກະເລີຍຂໍຄວາມຊວຍເຫລືອນຳຊາວເຟສບຸກທັງຫລາຍ ຫລື ຫມູ່ເພື່ອນຂອງເອື້ອຍຂ້າພະເຈົ້າທີ່ຢູ່ໄທ ຫລື ສະຫວັນນະເຂດ ຢູບໍ່ແກ້ວກະດີຢາກຈະຊວຍເຫລືອ

ສາມາດບໍລິຈາກທາງເລກບັນຊີ110120001924787001 ,(ໝາຍເຫດບໍ່ມີເບີໂທ ກ່ອນຈະໂອນເບີ່ງໃຫ້ດີໆກ່ອນ) ຂອງຂ້າພະເຈົ້າ ເຊິ່ງເຫດການຄັ້ງນີ້ຖືເປັນການສູນເສຍອັນໃຫຍ່ຫລວງຂອງຄອບຄົວທີ່ຜູ້ກະທຳຜິດເຮັດຮຸນແຮງຕໍ່ເອື້ອຍຂ້ອຍ ແລະ ຫລານຕອນນີ້ກະຍັງມີຫລານທີ່ຈະອາໃສຢູ່ນຳພໍ່ເຖົ້າແມ່ເຖົ້າ ຊ່ວຍແຊຣ໌ໃຫ້ແດ່ແຊຣ໌ຂອງທ່ານເພື່ອເປັນການທຳບຸນ

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *