
ສ.ນ 1191 ໄຊສົມບູນ ເຂັ້ມງວດແກ້ໄຂ ຜູ້ລະເມີດຄຳສັ່ງ, ແຈ້ງການ ແລະ ມົ້ວສຸມຫຼິ້ນການພະນັນທີ່ຕ້ອງຫ້າມ ໄດ້ຢ່າງທັນເຫດ * ເວລາ 15:40ໂມງ ຂອງວັນທີ 02 ມິຖຸນາ 2021, ສະຖານີ 1191 ໄຊສົມບູນ ສົມທົບກັບອຳນາດການປົກຄອງບ້ານໄຊສົມບູນ ເມືອງໄຊທານີ ນວ ລົງແກ້ໄຂສະພາບການມົ້ວສຸມຫຼີ້ນການພະນັນ(ຫຼີ້ນໄພ້) ຂອງປະຊາຊົນຢູ່ເຂດບ້ານດັ່ງກ່າວ, ພ້ອມທັງສຶກສາອົບຮົມກ່າວເຕືອນ, ເຮັດບົດບັນທຶກ, ຊີ້ແຈງໃຫ້ເຂົ້າໃຈ ແລະ ໃຫ້ກັກຕົວຢູ່ໃນເຮືອນຕົນເອງ ເປັນເວລາ 14 ວັນ;
ການລົງແກ້ໄຂເຫດການດັ່ງກ່າວ ແມ່ນອີງໃສ່ການແຈ້ງຄວາມຈາກພົນລະເມືອງດີ ຜ່ານເບີວອບແອັບ ປກສ ນະຄອນຫຼວງວຽງຈັນ. ຜ່ານການຕິດຕາມກວດກາຕົວຈິງ ພົບເຫັນການມົ້ວສຸມຫຼິ້ນໄພ້ ຢູ່ເຮືອນຂອງນາງຕ່າຍ, ໜ່ວຍ 15 ບ້ານໄຊສົມບູນ, ທັງໝົດ 10 ຄົນ, ຍິງ 7 ຄົນ ຄື: 1. ນາງ ຕ່າຍ ເຈົ້າຂອງເຮືອນ, 2. ນາງ ຕີ້, 3. ນາງ ໃຈ, 4. ນາງ ບົວ, 5 ນາງ ທອງໃສ, 6. ທ້າວ ຄຳໄຊ ທັງ 6 ຄົນແມ່ນປະຊາຊົນບ້ານໄຊສົມບູນ, 7. ນາງ ຕຸ່ນ, 8. ນາງ ບົວ, 9. ທ້າວ ບົວເຄືອ, 10. ທ້າວ ລ້ານ ທັງ 4 ຄົນແມ່ນປະຊາຊົນບ້ານໂນນແສງຈັນ.
ຕໍ່ການກະທຳດັ່ງກ່າວ ແມ່ນເປັນການລະເມີດຄຳສັ່ງ ເລກທີ 15/ນຍ, ແຈ້ງການ 02/ຈນວ ແລະ ເປັນການກະທຳທີ່ແຕະຕ້ອງປະມວນກົດໝາຍອາຍາມາດຕາ 141 ວ່າດ້ວຍການຫຼິ້ນການພະນັນທີ່ຕ້ອງຫ້າມ ທີ່ໄດ້ກຳນົດໄວ້ວ່າຈະຕັດອິດສະຫຼະພາບ ແລະ ປັບໃໝ, ແຕ່ຍ້ອນເປັນການກະທຳຄັ້ງທຳອິດເລັກນ້ອຍຕໍ່ສັງຄົມ ຈຶ່ງໄດ້ສຶກສາອົບຮົມກ່າວເຕືອນ ແລະ ປະຕິບັດຕາມລະບຽບບໍລິຫານ.
ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນ ຊາວ ນວ ໃຫ້ຢຸດຕິການກະທຳດັ່ງກ່າວ ເພື່ອເປັນການປະກອບສ່ວນປະຕິບັດພັນທະຊ່ວຍກັນໃນການຄວບຄຸມ, ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພ້ອມກັນປະຕິບັດພັນທະຕົນເອງຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນການເຄື່ອນ ໄຫວທີ່ຜິດຕໍ່ກົດໝາຍອັນນຳໄປສູ່ຄວາມບໍ່ສະຫງົບ ໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ຢູ່ໃກ້ທ່ານ ແລະ ສາມາດລາຍງານມາທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.