
ໃຜເປັນໂລກກະເພາະ ຫາມາຕົ້ມກີນເດີເຄຶອໜາກຢາງອຶ່ງ. ແນວກີນໜາກໄດ້ເກີດຕາມປ່າເປັນຢາດີກະເພາະດີແທ້ອີຫຼີຟັນເປັນແຊກຕາກແດດໄວ້ໃຫ້ແຫ້ງແລ້ວນຳມາມັດເຂົ້າກັນເອົາຊ່ຳກຳໜຶ່ງຕາມຄວາມເໜາະສົມ ມັດໜຶ່ງໃຫ້ຕົ້ມສາມນ້ຳ ຫລື ສາມເທື່ອ ໂດຍໃສ່ໜໍ້ດີນຕົ້ມຫຼືໜໍ້ໝຶ້ງເຂົ້າຕົ້ມກະໄດ້ ໃສ່ນ້ຳພໍປະມານ. ຕົ້ມໃຫ້ຟົດປະມານ 15-20 ນາທີ ແລ້ວມາກອງນ້ຳໃຫ້ອຸ່ນແລ້ວດື່ມ.
ພຽງເທົ່ານີ້ກໍ່ເຮັດໃຫ້ກະເພາະຄ່ອຍໆດີຂື້ນ..ສູດຢານີ້ດີແທ້ເດີໄດ້ເຫັນຜົນມາແລ້ວຫຼາຍທ່ານທ້າຍສຸດ (ຝາກ ກົດໄລກົດແຊຣ ແດ່ເດີ້ເພຶ່ອສະໜູນໄພພື້ນເມຶອງລາວເຮົາ)
ຄຳເຕຶອນ: ເອົາແຕ່ພຽງເປັນວ່ານເປັນຢາເດີ້ຖ້າບຸກຄົນໃດບໍ່ເປັນພະຍາດບໍ່ຈຳເປັນກໍ່ບໍ່ຢາກໃຫ້ໄປຕັດເຄຶອຢາງຊະຊາຍມາສະໜອງຄວາມເຫັນແກ່ໂຕໄປແນວທາງຄອງຊີບມາຂາຍຫາລາຍໄດ້ສ່ວນຕົວ
ເພາະຕົ້ນຢາງມີປະໂຫຍດຫລວງຫຼາຍນອກຈາກໜາກມັນກີນເປັນແລ້ວລຳຕົ້ນມັນກໍ່ຍັງເປັນຢາທຸກມື້ນີ້ແຫ່ງຫາຍາກ ອັນນີ້ຈິ່ງຂໍຄວາມກະລຸນານຳທຸກທ່ານມາຄືແນວນັ້ນບໍ່ຈຳເປັນອີ່ຫຼີກະບໍ່ຢາກໃຫ້ໄປຕັດມາທົ່ວທີບທົ່ວແດນ ຕັດມາຕົ້ມກິນເປັນຢາພໍປະມານ ຮັກສາຕົ້ນໄມ້ແລະທຳມະຊາດຊຸ່ມເຢັນ