
ເຫດໄຟໄໝ້ເຮືອນ 2 ຊັ້ນ (ເສຍຫາຍຫມົດຫລັງ)ວັນທີ 05/06/2021 ເວລາ 15:40 ນາທີ
ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີໂທສຸກເສີນ 1623
.
ວ່າມີເຫດໄຟໄຫມ້ເຮືອນຈຸດເກີດເຫດ ບ້ານ ພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໜ່ວຍກູ້ໄພມູນນິທິໄດ້ອອກກວດສອບເຫດໄດ້ພົບເຫັນ ໄຟກຳລັງລຸກໄຫມ້ເຮືອນສອງຊັ້ນຢ່າງຮຸນແຮງ.
ທາງໜ່ວຍງານກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ແລະ ຫນ່ວຍສະກັດກັ້ນອັກຄີໄພເມືອງໄຊທານີ ໃຊ້ເວລາປະມານ 30 ນາທີ ຈຶ່ງສາມາດຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍ.
ໝາຍເຫດ: ສ່ວນຄວາມເສຍຫາຍແມ່ນໄຫມ້ເຮືອນຫມົດຫລັງ ສາເຫດອັກຄີໄພໃນຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດທີ່ລະອຽດ ມອບໃຫ້ທາງເຈົ້າຫນ້າທີ່ສອບສວນແລະສືບສວນຕໍ່ໄປ.
ຈຸດດົງໂດກ.
ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ: ຊື່ບັນຊີ:FOUNDATION FOR ASSISTING POOR PEOPLE OF LAO PDR.
ເລກບັນຊີ:LAK092120001026649001. ບາດເຈັບສຸກເສີນ ແຈ້ງເບີໂທ 1623 ຕະຫຼອດ24ຊົ່ວໂມງ.
ທີ່ມາ: