7 ສາເຫດທີ່ເຮັດໃຫ້ເຈົ້າ ຍັງຢູ່ກັບທີ່ ບໍ່ກ້າວໜ້າ

1. ສົນໃຈຢ່າງອື່ນ ຈົນລືມເປົ້າໝາຍ

ເຄີຍເປັນບໍ່ ທີ່ບອກກັບຕົວເອງວ່າ ດຽວເບິ່ງເຟດບຶດໜຶ່ງ

ແລ້ວຄ່ອຍກັບໄປເຮັດວຽກແລ້ວກັນ ຫຼາຍຄົນສັນຍາກັບຕົວເອງເຊັ່ນນີ້

ກ່ອນຈະຈົມຫາຍໄປກັບການທ່ອງໂລກໂຊຊຽວ

ນີ້ເປັນອີກໜຶ່ງຂໍ້ເສຍຂອງເທັກໂນໂລຢີ ທີ່ມາພ້ອມກັບຄວາມເພີດເພີນ

ເພາະຜົນລັບຂອງມັນກໍຄື ວຽກທີ່ຄວນຈະແລ້ວ ກໍບໍ່ແລ້ວ

ຫົນທາງແກ້ໄຂ: ເຮົາຕ້ອງໝັ້ນຄົງກັບເວລາ ຈັດລຳດັບຄວາມສຳຄັນໃຫ້ຊັດເຈນ

ບໍ່ຫວັ່ນໄຫວໄປກັບສິ່ງຢົ້ວຢວນຕ່າງໆ ທີ່ຮູ້ກັນດີຢູ່ແລ້ວວ່າ ເຮັດໃຫ້ເສຍເວລາ

 

2. ຍຶດຕິດກັບຄວາມຝັນ ທີ່ເລື່ອນລອຍ

ໃຜໆ ກໍມີຄວາມຝັນ ແຕ່ຫາກໃຊ້ຊີວິດອີງຢູ່ກັບຄວາມເພີ້ຝັນ

ຈົນຫຼົງລືມເບິ່ງຄວາມເປັນຈິງ ຈະເຮັດໃຫ້ຕິດຢູ່ໃນກັບດັກ

ແຫ່ງຈິດຕະນາການຈົນບໍ່ຄິດຈະພະຍາຍາມຢ່າງເອົາຈິງເອົາຈັງ

ເຊັ່ນ ວາດຝັນວ່າຈະໄດ້ແຕ່ງງານກັບໃຜບາງຄົນ

ຝັນຈະໄດ້ໄປເປີດຮ້ານນວດ ທີ່ຕ່າງປະເທດ

ແຕ່ບໍ່ສຶກສາພາສາ ຫຼື ຫຍັງເລີຍ

ຫົນທາງແກ້ໄຂ : ເຈົ້າຮູ້ວ່າຕົວເອງກຳລັງເປັນຄົນແບບໃດ

ກ້າວອອກມາຈາກຄວາມເຄີຍຊິນໃນຊີວິດ

ແລ້ວເຮັດບາງຢ່າງທີ່ເຮົາບໍ່ເຄີຍເຮັດສຳເລັດມາກ່ອນ ໃຫ້ສຳເລັດເບິ່ງຈັກເທື່ອ

ແທນການຈົມຈ່ອມຢູ່ກັບໂລກຈິນຕະນາການ

3. ບໍ່ມີແຮງຈູງໃຈ ແລະ ຄວາມພະຍາຍາມ

ເຄີຍຕັ້ງໃຈຈະເຮັດຫຍັງ ແຕ່ກັບພັບ​ Project ນັ້ນໄປເຄິ່ງໆ

ກາງໆແດ່ບໍ່ ເຊື່ອວ່າບາງຄັ້ງ ເຈົ້າເອງກໍເຄີຍເປັນແບບນີ້

ແຕ່ເຮັດໆໄປໄດ້ປະມານອາທິດ

ກໍເລີກຊະແລ້ວ ທີ່ມັນເປັນເຊັ່ນນີ້ກໍເພາະເຮົາບໍ່ມີຄວາມມຸ່ງໝັ້ນ

ແລະ ຄວາມຕ້ອງການທີ່ຈະເຮັດ ການເຮັດຫຍັງຢ່າງຕັ້ງໃຈ

ພຽງແຕ່ບໍ່ຈັກມື້ກໍເລີກ ນັ້ນເປັນພຶດຕິກຳທີ່

ບັນດາຄົນທີ່ເຂົາລະບຽບວິໄນ ເປັນກັນຕະຫຼອດ

ຫົນທາງແກ້ໄຂ : ໃຫ້ຈົດຈໍ່ກັບສິ່ງທີ່ຕ້ອງເຮັດ

ອາດຈະເລີ່ມຢ່າງຄ່ອຍເປັນຄ່ອຍໄປກ່ອນ ເມື່ອເຮົາພະຍາຍາມ

ເຮັດສິ່ງນີ້ຈົນສຳເລັດແລ້ວ ມັນຈະດີຂະໜາດໃດ ບໍ່ຄວນກົດດັນ

ຕົວເອງເກີນໄປ ມັນອາດຈະສົ່ງຜົນເສຍກັບສຸຂະພາບ

ຫຼື ເຮັດໃຫ້ລົ້ມເລີກຄວາມຕັ້ງໃຈໄປກາງທາງອີກຄັ້ງ

 

4. ເອົາແຕ່ໂທດຄົນອື່ນຢູ່ຕະຫຼອດ

ກັບບາງຄົນພໍເກີດມີສິ່ງໃດຜິດພາດຂຶ້ນມາ ກໍມັນຈະໂທດຄົນອື່ນ

ເຊັ່ນ ໂທດ ດິນ ຟ້າ ອາກາດ ຄົນຮອບຂ້າງ ວ່າເປັນ

ຕົ້ນເຫດຂອງທຸກຄວາມລົ້ມເຫຼວໃນຊີວິດເຮົາ

ຂໍໃຫ້ທົບທວນດີໆ ແລະ ປັບທັດສະນະຄະຕິໃໝ່ ເຮົາອາດນຶກເສຍໃຈ

ກັບເລື່ອງທີ່ພາດໄດ້ ແຕ່ຫາກຈະໂທດຄົນອື່ນໆ ໄປກໍບໍ່ເກີດປະໂຫຍດຫຍັງເລີຍ

ຫົນທາງແກ້ໄຂ : ທາງດຽວທີ່ຈະແກ້ໄຂ ນັ້ນຄືລຸກຂຶ້ນມາຕັ້ງເປົ້າໝາຍ

ແລ້ວພະຍາຍາມດ້ວຍຕົວເອງ ຈະສຳເລັດຫຼືລົ້ມເຫຼວຂຶ້ນຢູ່ກັບຕົວເຈົ້າເອງແລ້ວ

5. ວິເຄາະຕົວເອງ ຈົນບໍ່ເລີ່ມຫຍັງເລີຍ

ການວິເຄາະຕົວເອງຫຼາຍໄປ ຈະເຮັດໃຫ້ເຮົາຄ່ອຍໆ

ຄົ້ນພົບບັນຫາໃນຕົວເອງຫຼາຍຂຶ້ນ ກໍຄື ມັນຈະເລີ່ມຢັ່ງຮາກເລີກໃນຕົວເຈົ້າ

ເຮັດໃຫ້ເຈົ້າຮູ້ສຶກບໍ່ດີກັບເຫດການຮ້າຍໆ ຕ່າງໆທີ່ຜ່ານມາ

ຫຼື ທີ່ຍັງບໍ່ເກີດ ແນ່ນອນວ່າເຊັ່ນນີ້ຈະຍິ່ງເຮັດໃຫ້

ຄຽດກວ່າເດີມ ແລະ ຈະບໍ່ເລີ່ມຕົ້ນເຮັດຫຍັງເລີຍ

ຫົນທາງແກ້ໄຂ : ເຮົາຄວນຈະເບິ່ງຫາຄວາມເພິ່ງພໍໃຈດ້ານບວກຂອງຕົນ

ເຊິ່ງຈະຊ່ວຍໃຫ້ເຮົາຮູ້ສຶກກະຕືລືລົ້ນ

ແລະ ກ້າທີ່ຈະເລີ່ມຕົ້ນລົງມືເຮັດບາງຢ່າງນັ້ນເອງ

6. ຢ້ານແຕ່ຍັງບໍ່ເຮັດຫຍັງເລີຍ

ຈາກເລື່ອງລາວຄວາມລົ້ມເຫຼວຂອງຄົນອື່ນທີ່ເຮົາໄດ້ຮັບຮູ້ມາ

ອາດເປັນອີກເຫດຜົນທີ່ເຮັດໃຫ້ເຮົາຍັງບໍ່ກ້າລອງເຮັດສິ່ງໃໝ່ໆ

ນັ້ນເພາະເກງວ່າຈະເຮັດໄດ້ບໍ່ດີພໍ ຢ້ານຈະເປັນແບບເຂົາ

ຫົນທາງແກ້ໄຂ : ຈົ່ງລອງວິເຄາະສະຖານະການຂອງຕົວເອງກ່ອນ

ທົບທວນບັນຫາ ແລະ ອຸປະສັກຂອງຕົວເອງຈາກສາຍຕາຄົນນອກ

ບໍ່ມີຄວາມສຳເລັດຮູບແບບໃດ ເກີດຂຶ້ນໄດ້ ຖ້າເຮົາບໍ່ເລີ່ມລົງມືເຮັດ

ໃຫ້ຄິດເລີຍວ່າ ການລອງຜິດລອງຖືກ ເປັນເລື່ອງທຳມະດາທົ່ວໄປ

7. ໂຍນຄວາມຮັບຜິດຊອບ

ແມ້ທຸກຄວາມຜິດພາດໃນຊີວິດຈະບໍ່ແມ່ນຄວາມຜິດເຮົາທັງໝົດ

ແຕ່ຖ້າມັນກ່ຽວກັບເຮົາ ເຮົາກໍຕ້ອງຍອມຮັບ

ວ່າຕົວເອງມີສ່ວນໃນການຮັບຜິດຊອບນຳ

ການໂຍນຄວາມຮັບຜິດຊອບໃຫ້ຄົນອື່ນ ບໍ່ໄດ້ຊ່ວຍໃຫ້ຫຍັງດີຂຶ້ນ

ກັບກັນຫາກເຈົ້າຍອມຮັບຄວາມຜິດ

ແລະ ປ່ຽນແປງບາງສິ່ງແດ່ ຈິດສຳນຶກໃນຄວາມຮັບຜິດຊອບນີ້

ຈະພາຊີວິດເຈົ້າໄປຍັງທິດທາງທີ່ດີຂຶ້ນ

ຫົນທາງແກ້ໄຂ : ຄິດຫາໄອເດຍສຳຫຼັບແກ້ບັນຫາທີ່ເກີດ

ນອກຈາກຈະໄດ້ເພີ່ມສັກກະຍະພາບໃນການເຮັດວຽກແລ້ວ

ເຮົາຈະໄດ້ບໍ່ຮູ້ສຶກບໍ່ດີກັບຕົວເອງທີ່ຫຼັງ

ທີ່ໃຫ້ມັນຜ່ານໄປໂດຍບໍ່ເຮັດສິ່ງໃດເລີຍ

Author: PP

Leave a Reply

Your email address will not be published. Required fields are marked *