ໜຸ່ມ ຟູດແພນດ້າ ຍອດຫົວໃຈນັກສູ້ ລ່າສຸດ ມີຜູ້ໃຈບຸນຊື້ລົດຈັກໃຫ້ແລ້ວ

ຈາກເລື່ອງລາວສຸດປະທັບໃຈ ທີ່ຊາວເນັດພາກັນຊື່ນຊົມຢູ່ຂະນະນີ້ ເປັນເລື່ອງລາວຂອງຊາຍໜຸ່ມສູ້ຊີວິດ ທີ່ໄດ້ຜັນຕົວມາເຮັດອາຊີບສົ່ງອາຫານ

ເຖິງແມ່ນຈະບໍ່ມີລົດຈັກຂີ່ໃວ້ສົ່ງອາຫານ ແຕ່ຊີວິດກໍ່ຕ້ອງສູ້ເພື່ອຫາເງີນລ້ຽງພໍ່ແມ່ ໂດຍການຂີ່ລົດຖີບສົ່ງອາຫານຂອງເຄືອຂ່າຍ ຟູດແພນດ້າ ເລື່ອງລາວນີ້ໄດ້ໂດງດັງ ແລະ ເປັນທີ່ຊື່ນຊົມບົນໂລກອອນລາຍ ແລະ ມີຫຼາຍໆຄົນຢາກຈະສະໜັບສະໜູນຊາຍໜຸ່ມຄົນນີ້ເປັນຈຳນວນຫຼາຍ

ລ່າສຸດ ຜູ້ໃຊ້ ຕິກຕ໋ອກ Amrandoloh77 ໄດ້ອອກມາເຜີຍແຜ່ເລື່ອງລາວ ຂອງພະນັກງານ foodpanda ໃຈສູ້ເຖິງແມ່ນວ່າບໍ່ມີລົດຈັກ ແຕ່ກະຍັງຍືມລົດຖີບໝູ່ເພື່ອນ ເພື່ອໃຊ້ໄປສົ່ງອາຫານ ຕອນນີ້ມີຜູ້ໃຈບຸນຊື້ລົດຈັກໃຫ້ກັບຊາຍໜຸ່ມຄົນນີ້ແລ້ວ ສູ້ໆເດີ້

.

Author: PP

Leave a Reply

Your email address will not be published. Required fields are marked *