
ເພື່ອລູກພໍ່ເຮັດໄດ້ທຸກຢ່າງ ຫົວອົກຜູ້ເປັນພໍ່ທີ່ຕ້ອງໃສ່ຊຸດຂາວ PPE ຂີ່ລົດຈັກໄປສົ່ງລູກນ້ອຍທີ່ຕິດໂຄວິດດ້ວຍໂຕເອງ ຂ່າວຈາກປະເທດໄທ.
ບັນຊີຜູ້ໃຊ້ tiktok ລາຍໜື່ງເຜີຍພາບຜູ້ເປັນພໍ່ໃສ່ຊຸດ PPE(ຊຸດປ້ອງກັນໄວຣັສ)ເພື່ອປ້ອງກັນການຕິດເຊື້ອຈາກລູກຊາຍໂຕນ້ອຍຂະນະກຳລັງຈະຂີ່ລົດຈັກໄປສົ່ງລູກຊາຍ ຮັກສາຈາກການຕິດເຊື້ອໂຄວິດທີ່ສູນຮັກສາ
ພາຍຫຼັງກວດເຊື້ອມາ2ຄັ້ງບໍ່ພົບເຊື້ອ ແຕ່ພົບຄັ້ງທີ3 ໂດຍຄົນໃນຄອບຄົວບໍ່ມີໃຜພົບເຊື້ອຄາດວ່າລູກນ້ອຍຈະຕິດເຊື້ອມາຈາກເງິນທອນ ຜູ້ເປັນພໍ່ເຜີຍຖ້າເລືອກໄດ້ຂໍໃຫ້ເປັນພໍ່ທີ່ຕິດເຊື້ອແທນລູກ
ເນື່ອງຈາກບໍ່ມີລົດມາຮັບພໍ່ຈຶ່ງຕ້ອງໄປສົ່ງລູກນ້ອຍດ້ວຍຕົນເອງ ພາຍຫຼັງຄິບນີ້ຖືກເຜີຍແຜ່ຜູ້ຄົນຕ່າງເຂົ້າມາໃຫ້ກຳລັງໃຈຈຳນວນຫຼາຍແລະຂໍໃຫ້ນ້ອງເຊົາໄວໆ
Cr:ຕາບພາບ
ທີ່ມາ: เรื่องเล่าเช้านี้