ເອົາອີກແລ້ວ..!! ພວກດື້ດ້ານຫົວແຂງເຕືອນແນວໃດກະບໍ່ຟັງ ເຈົ້າໜ້າທີ່ກັກຕົວອີກ 8 ຄົນ ທີ່ຊຸມແຊວ

ກອງພັນ 08 ນະຄອນຫຼວງວຽງຈັນ ສຶກສາອົບຮົມກຸ່ມໄວລຸ້ນຊຸມແຊວ ວັນທີ 6 ມີຖຸນາ 2021 ເວລາ 2:00 ໂມງ ກອງພັນປ້ອງກັນເຄື່ອນທີ່ໄວ ນວ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີການຊຸມແຊວຂອງພວກໄວລຸ້ນຈຳນວນໜຶ່ງຢູ່ບ້ານໂພນໄຊ ເມືອງໄຊເສດຖາ ນວ ເຊີ່ງກຸ່ມນີ້ຈະຊຸມແຊວກັນເປັນປະຈຳໃນຕອນຄ່ຳຂອງທຸກວັນເສົາ, ວັນອາທິດ. ຈື່ງໄດ້ນຳກຳລັງກວດກາສະຖານທີ່ຕົວຈິງ.

ຜ່ານການກວດກາຂອງຕົວເຈົ້າໜ້າທີ່ ພົບເຫັນກຸ່ມໄວໜຸ່ມ ຈຳນວນ 8 ຄົນ, ຍິງ 1 ຄົນ ພາກັນຕັ້ງວົງດື່ມເບຍຢູ່ໜ້າເຮືອນເລກທີ 126, ໜ່ວຍ 17, ຮ່ອມ 04 ບ້ານໂພນໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ພາຍຫຼັງກວດກາພົບ ເຈົ້າໜ້າທີ່ເຫັນວ່າການກະທຳຂອງພວກກ່ຽວແມ່ນລະເມີດກັບຄຳສັ່ງ ເລກທີ 15/ນຍ ແລະ ແຈ້ງການເລກທີ 02/ຈນວ ວ່າດ້ວຍການເພີ່ທະວີມາດຕະການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ນໍາຕົວພວກກ່ຽວໄປມອບໃຫ້ອຳນາດການປົກຄອງບ້ານໂພນໄຊ ເພື່ອສຶກສາອົບຮົມ ມອບໃຫ້ຜູ້ປົກຄອງຮັບປະກັນເອົາໄປຄຸມຄອງ ສຶກສາອົບຮົມຕໍ່ໄປ.

ເອົາອີກແລ້ວ ດື້ດ້ານແທ້ນໍ້ບອກວ່າບໍ່ໃຫ້ຊຸມນຸມ ເຈົ້າໜ້າທີ່ສຶກສາໄວລຸ້ນ 8 ຄົນລະເມີດກັບຄຳສັ່ງມາດຕະການ

ທີ່ມາ. ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

Author: PP

Leave a Reply

Your email address will not be published. Required fields are marked *