ເກີດເຫດ..!! ໂຈນ ຈົກເອົາໂທລະສັບນຳຖົງໂສ້ງ ຂະນະທີ່ກຳລັງຂັບຂີ່ລົດນຳທາງ

ຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ໂພສວ່າມີໂຈນໄດ້ມາລັກຈົກເອົາໂທລະສັບຂະນະທີ່ຂັບລົດຈັກຢູ່ໂດຍທີ່ບໍ່ຮູ້ໂຕ.

ໂດຍມີເນື້ອຫາວ່າ: “ເຫດເກີດມື້ເຊົ້ານີ້ເວລາ 9ໂມງຫາ10ໂມງ ເຂດບ້ານໂນນສະຫວ່າງ, ໄດ້ຂີ້ລົດມາຮ່ຽງຂ້າງ ເເລ້ວຈົກເອົາໂທລະສັບຢູ່ຖົ່ງໂສ້ງແມ່ຂ້ອຍເເລ້ວລົບໜີໄປທາງ ຫນອງຫນ່ຽງເເລ້ວລົບຫນີຂື້ນເສັ້ນຫລັກ 5

ລາຄາອາດຈະບໍ່ເເພງເເຕ່ບໍ່ມັກເເຮງພວກເສບລະບໍ່ເຮັດບໍ່ຫາ ຊອກຫາເເຕ່ຂີ້ຫລັກມັກໂຈກຂອງຄົນອື່ນນິ ສູນເເຮງ”.

ຢ່າງໃດກໍຕາມ, ຝາກເຕືອນທຸກຄົນທີ່ຂັບຂີ່ລົດຕາມທ້ອງຖະໜົນ ໃຫ້ມີສະຕິລະວັງໂຕຢູ່ຕະຫຼອດເວລາ ເກັບມ້ຽນສິ່ງຂອງທີ່ມີຄ່າຂອງຕົນໄວ້ດີໆ ສັງຄົມດຽວນີ້ມັນເລີ່ມຢູ່ຍາກແລ້ວ!

ທີ່ມາ:

 

Author: PP

Leave a Reply

Your email address will not be published. Required fields are marked *