ຢູ່ອິນໂດເນເຊຍໄດ້ສະເຫນີໄອເດຍໃຫ່ມໃນການແກ້ບັນຫາຄວາມທຸກຍາກ ດ້ວຍການແນະນຳໃຫ້ຜູ້ລ່ຳລວຍແຕ່ງງານກັບຄົນທຸກຍາກ

ລັດຖະມົນຕີກະຊວງວັດທະນະທຳ ແລະການພັດທະນາມະນຸດ ຂອງອິນໂດເນເຊຍໄດ້ສະເຫນີໄອເດຍໃຫ່ມໃນການແກ້ບັນຫາຫລຸດຄວາມທຸກຍາກ ແລະຄວາມເຫລື່ອມລ້ຳໃນອິນໂດເນເຊຍ ດ້ວຍການແນະນຳໃຫ້ຜູ້ມີຖານະລ່ຳລວຍແຕ່ງງານກັບຄົນທຸກຍາກ

ລັດຖະມົນຕີທ່ານນີ້ຍັງກ່າວອີກວ່າ ປະຈຸບັນອິນໂດເນເຊຍມີຄອບຄົວທີ່ລາຍໄດ້ຕ່ຳໃນລະດັບທຸກຍາກປະມານ 5 ລ້ານຄອບຄົວ ຊື່ງຄິດເປັນ 9.4 % ຂອງຄອບຄົວທັງຫມົດໃນອິນໂດເນເຊຍຫລືຄິດເປັນປະຊາກອນເຖິງ 57.1 ລ້ານຄົນທີ່ທຸກຍາກ ຊື່ງຫາກບໍ່ຈັດການຫຍັງຈັກຢ່າງ ຄາດວ່າຄອບຄົວທຸກຍາກໃນອິນໂດເນເຊຍອາດເພີ່ມເຖິງ 15 ລ້ານຄອບຄົວ

ທ່ານ Effendy ຍັງໄດ້ສະເຫນີແນວທາງແກ້ບັນຫາດ້ວຍການທີ່ທ່ານຈະຫາລືກັບຫນ່ວຍງານດ້ານສາສະຫນາໃຫ້ອອກ fatwa ຫລືຄຳວິນິດໄສທາງສາສະຫນາອິດສະລາມ ເພື່ອອຳນວຍຕໍ່ການແຕ່ງງານລະຫວ່າງຊົນຊັ້ນ ພ້ອມແນະນຳໃຫ້ຄົນທຸຍາກຄວນເບີ່ງຫາຄູ່ຄອງທີ່ມີຖານະ ແລະຄົນລວຍຄວນຫາຄູ່ຄອງທີ່ທຸກຈົນກວ່າບໍ່ພຽງແຕ່ນັ້ນ ທ່ານຍັງສະເຫນີໂປແກຣມຮັບຮອງກ່ອນສົມຣົດສຳລັບຄູ່ຮັກທີ່ທຸກຍາກ ແຕ່ຕ້ອງການແຕ່ງງານ ໂດຍຄູ່ຮັກນັ້ນໆຈະຕ້ອງເຂົ້າໂຄງການເຝິກອົບຮົມທັກສະແຫ່ງງານຂອງລັດ ເພື່ອສາມາດຫາວຽກທີ່ມີລາຍໄດ້ຫລາຍຂື້ນໄດ້

ເລື່ອງນີ້ແມ່ນແຕ່ອົງກອນທີ່ກ່ຽວຂ້ອງຢ່າງສະພາ Ulema ອິນໂດເນເຊຍ (MUI) ຊື່ງເປັນຫນື່ງໃນອົງກອນມຸດສະລິມທີ່ຮັບຜິດຊອບໃນການອອກ fatwas ກໍ່ຍິນດີຕອບຂໍ້ສະເຫນີຂອງທ່ານ Effendy ໂດຍທ່ານອັນວາຣ ອັບບາສ ເລຂາ MUI ເຜີຍຜ່ານສື່ທ້ອງຖິ່ນວ່າ ໄອເດຍນີ້ນັບເປັນຕົວຢ່າງທີ່ຊັດເຈນເຖິງຈິດວິນຍານຂອງການຊ່ວຍເຫລືອຊື່ງກັນແລະກັນມີຫລາຍຄອບຄົວທີ່ທຸກຍາກ ແລະບາງຄັ້ງກໍ່ມີແມ່ຫມ້າຍທີ່ຖືກຖິ້ມໄວ້ຂ້າງຫລັງ ຄອບຄົວທີ່ທຸກຍາກຈະໄດ້ຮັບການຍົກຖານະໃຫ້ລ່ຳລວຍຂື້ນ ແລະຈຳນວນຄົນທຸກຍາກຈະຫລຸດລົງ ທ່ານອັບບາດກ່າວ

Author: PP

Leave a Reply

Your email address will not be published. Required fields are marked *